ໃນ​ສະ​ພາບ​ການເສດຖະກິດໂລກ​ພວມສ້າງໂຄງ​ປະ​ກອບ​​ຄືນ​ໃໝ່, ການ​ແກ່ງ​ແຍ້ງ​ດ້ານ​ເຕັກໂນໂລຢີເພີ່ມຂຶ້ນ ແລະ ບັນ​ດາກະແສທຶນ ຊອກຫາ​ບັນ​ດາ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່​ນັ້ນ, ຫວຽດນາມ ພວມ​ມຸ່ງ​ໄປ​ເຖິງບົດບາດເປັນ​ເຈົ້າ​ການ​ຫຼາຍກວ່າ ໃນ​ການ​ເຊື່ອມ​ຕໍ່ບັນ​ດາ​ແຫຼ່ງຊັບພະຍາກອນສາກົນ. ເວທີປາໄສ​ເສດ​ຖະ​ກິດລະ​ດູ​ໃບ​ໄມ້​ຫຼົ່ນ (AEF) 2026, ​ທີ່​ພວມຈັດຂຶ້ນທີ່ນະຄອນ ໂຮ່ຈິມິນ (ແຕ່ວັນທີ 26-29 ຕຸລາ), ບໍ່ພຽງແຕ່​ເປີດ​ໂອ​ກາດໃຫ້ແກ່ການສົນທະນາລະຫວ່າງລັດຖະບານ, ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ວິ​ສາ​ຫະ​ກິດເທົ່ານັ້ນ, ​ຫາກຍັງວາງ​ອອກ ຄວາມ​ຮຽກ​ຮ້ອງ​ຫັນ​ບັນ​ດາການເຊື່ອມຕໍ່ນັ້ນ​ໃຫ້​ກາຍ​ເປັນ​ບັນ​ດາໂຄງການລົງທຶນ, ຄວາມ​ສາ​ມາດຜະລິດ, ແລະ ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃນ​ໄລ​ຍະ​ຍາວ​ອີກ​ດ້ວຍ.

ເວ​ທີ​ປາ​ໄສ AEF 2026 ​ໄດ້​ເຕົ້າ​ໂຮມຜູ້ແທນ​ຢູ່ພາຍໃນ ແລະ ຕ່າງປະເທດກວ່າ 1.500 ຄົນ, ໃນ​ນັ້ນ​​ມີ​ການ​​ເຂົ້າຮ່ວມ​ຂອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ຝ່າຍ​ບໍ​ລິ​ຫານ ແລະ ການນຳ​ບັນ​ດາ​ກຸ່ມບໍລິສັດ​ນາໆຊາດ​ນັບ​ຮ້ອຍ​ຄົນ. ເວທີປາໄສສະແດງໃຫ້ເຫັນເຖິງ​ຄວາມ​ດຶງ​ດູດ​ຂອງ ຫວຽດນາມ ບໍ່ພຽງແຕ່ນອນ​ໃນ​ກຳ​ລັງ​ບົ່ມ​ຊ້ອນ​ຂອງຕະຫຼາດເທົ່ານັ້ນ, ​ຫາກ​ຍັ​ງ​ໃນຄວາມ​ສາ​ມາດເຊື່ອມຕໍ່ເຕັກໂນໂລຢີ, ມະ​ນຸດ, ​ລະ​ບອ​ບ​ລະ​ບຽບ​ການ ແລະ ຄູ່ຮ່ວມ​ມືທົ່ວໂລກອີກດ້ວຍ.

ຈາກສະ​ຖານ​ທີ່ເຂົ້າ​ມາ​ລົງທຶນໄປສູ່ພື້ນທີ່ເຊື່ອມຕໍ່ແຫຼ່ງຊັບພະຍາກອນເພື່ອ​ການ​ເຕີບ​ໂຕ

ຫວຽດນາມ ມີໂອກາດເປີດກວ້າງບົດບາດໃນເຄືອຂ່າຍ​ເສດ​ຖະ​ກິດ​ທົ່ວໂລກ ຍ້ອນທີ່ຕັ້ງ​ຍຸດ​ທະ​ສາດ, ​ຊັບພະຍາກອນມະນຸດທີ່ອຸດົມສົມບູນ ແລະ ຄວາມສາມາດ​ເຊື່ອມ​ຕໍ່ກັບບັນ​ດາຕະຫຼາດສາກົນ. ໃນສະພາບການ​ນັ້ນ, ການດຶງດູດການລົງທຶນພໍ່​ພຽງ​ແຕ່​ຢຸດ​ຢູ່​ເລື່ອງ​ເປີດ​ກວ້າງ​ຂອບຂະໜາດທຶນເທົ່ານັ້ນ, ​ຫາກຍັງ​ມຸ່ງ​ໄປ​ເຖິງ​ການ​ຮັບ​ເອົາເຕັກໂນໂລຊີ, ພູມ​ປັນ​ຍາ ແລະ ວິທີການຄຸ້ມຄອງທີ່ທັນສະໄໝ, ຈາກນັ້ນ ຈຶ່ງຍົກສູງ​ຄວາມ​ສາ​ມາດຜະລິດ ແລະ ມູນຄ່າເພີ່ມ​ຢູ່​ພາຍ​ໃນ​ປະ​ເທດ​.

ທ່ານ Peter James Opdahl, ປະທານບໍລິສັດ Ito Group Holding, ໃຫ້​ຮູ້ວ່າ:

ໜຶ່ງໃນ​ບັນ​ດາ​ສິ່ງ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມັກ ທີ່ສຸດ​ຢູ່ ຫວຽດນາມ ແມ່ນຂ້າ​ພະ​ເຈົ້າສາ​ມາດມາ​ພົບ​ປະ​ກັບ​ນັກວິສະວະກອນຢູ່ໂຮງງານ ຫຼື ພາ​ລະ​ກອນ ແລະ ເວົ້າ​ກັບ​ເຂົາ​ເຈົ້າວ່າ, "​ຈົ່ງເຮັດ​ວຽກ​ງານນີ້​ເດີ." ບໍ່ມີ​ຜູ້​ປະຕິເສດ ແລະ ເຂົາເຈົ້າຕອບວ່າ "ໄດ້", ແລ້ວ​ກໍ່​ມາ​ນະ​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ. ບໍ່ແມ່ນ​ວ່າຢູ່​ແຫ່ງ​ໃດໃນໂລກ​ກໍ່​ມີຄົນ​ຄື​ແນວນັ້ນ, ແຕ່​ມີຢູ່ ຫວຽດນາມ ​ພັດ​ມີ.

ຖ້າແຫຼ່ງຊັບພະຍາກອນມະນຸດ​ແມ່ນ​ທ່າໄດ້ປຽບໃນການຜະລິດ, ເຕັກໂນໂລ​ຊີ​ດີ​ຈີ​ຕອນ ແລະ ປັນຍາປະດິດ ​ພວມເປີດ​ພື້ນ​ທີ່ຮ່ວມ​ມືໃໝ່. ທ່ານ Sang Eng, ປະທານ Work Optional.ai (ສິງກະໂປ), ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຂອງ ຫວຽດນາມ ຜ່ານປັດໃຈຄື:

ຂ້າພະເຈົ້າຖ​ືວ່າ ຫວຽດນາມ ໄດ້ນຳໃຊ້ແນວ​ທາງການທູດໄມ້ໄຜ່ຢ່າງຄ່ອງ​ແຄ່ວ. ​ຂ້າ​ພະ​ເຈົ້າເຊື່ອ​ໝັ້ນວ່າ ຫວຽດນາມ ກໍ່​ພວມ​ເປີດກວ້າງຈິດໃຈນັ້ນໄປ​ສູ່​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ AI ໄມ້​ໃຜ່. ເມື່ອປຽບ​ໃສ່ກັບບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ອື່ນໆ, ຂ້າພະເຈົ້າຖື​ວ່າ ຫວຽດນາມ ຄວບຄຸມອຳ​ນາດຂໍ້ມູນ ແລະ ​ຊັບພະຍາກອນ​ມະ​ນຸດດ້ານ​ພູມປັນຍາດີກວ່າ. ປັດໄຈຕໍ່​ໄປແມ່ນພື້ນຖານການສຶກສາ ແລະ ຈິດໃຈ​ເລີ່ມ​ທຸ​ລະ​ກິດຂອງ​ຊາວ ຫວຽດນາມ.

ເພື່ອໃຫ້​ບັນ​ດາ​ທ່າໄດ້ປຽບເຫຼົ່ານັ້ນ​​ກາຍ​ເປັນ​ກຳ​ລັງ​ໜູນການເຕີບໂຕ​ໃນ​ໄລ​ຍະ​ຍາວ, ​ຄວາມ​ຮຽກ​ຮ້ອງ​ທີ່​ໄດ້ວາງ​ອອກ​ແມ່ນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັບ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນປະເທດ, ຊ່ວຍໃຫ້​ວິ​ສາ​ຫະ​ກິດ ຫວຽດນາມ ສາມາດເຂົ້າ​ເຖິງເຕັກໂນໂລຢີ ແລະ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງເລິກ​ກວ່າ. ທ່ານ ຫງວຽນກົງວິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ຖື​ວ່າ.

ທ້ອງຖິ່ນສ້າງສັນພື້ນທີ່ການເຕີບໂຕ; ​ສູນກາງ​ປັບ​ປຸງກົນ​ໄກ​ໃຫ້​ ແລະ​ຄວາມ​ສາ​ມາດດ້ານ​ການ​ເງິນ​ໃຫ້​ສົມ​ບູນ​ແບບ; ການພົວພັນຕ່າງປະເທດເຊື່ອມຕໍ່ ແລະ ລະດົມ​ແຫຼ່ງຊັບພະຍາກອນທົ່ວໂລກ. ເມື່ອ​ບັນ​ດາບົດບາດເຫຼົ່ານີ້ໄດ້ຮັບການ​ສົມ​ທົບກັນຢ່າງ​ຄົບ​ຊຸດ, FDI, ເຕັກໂນໂລຊີ ແລະ ການເງິນຈະບໍ່ເປັນກະແສຕ່າງຫາກອີກ, ຫາກກາຍເປັນ​ແກນເຊື່ອມຕໍ່ຮັບໃຊ້ການພັດທະນາ.

ເປີດໂອກາດຮ່ວມມືຈາກ AEF 2026

ຫວຽດນາມ ພວມ​ກ້າວເຂົ້າສູ່​ສັງ​ກາດ​ພັດ​ທະ​ນາໃໝ່ດ້ວຍສອງເປົ້າໝາຍໃຫຍ່ຄື: ​ບັນ​ດາ​ລະ​ດັບເຕີບໂຕ GDP ກວ່າ 10% ຕໍ່ປີ ແລະ ເສດຖະກິດດີຈີຕອນປະກອບສ່ວນ 30% GDP ໃນປີ 2030. ​ການ​ຫັນ​ບັນ​ດາເປົ້າໝາຍ​ນັ້ນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​​ຮຽກ​ຮ້ອງ​ຕ້ອງ​ມີ​ແຫຼ່ງຊັບພະຍາກອນໃນລະດັບສາກົນ, ນັ​ບ​ແຕ່​ແຫຼ່ງທຶນ, ເຕັກໂນໂລຊີ ຕະ​ຫຼອດ​ຮອດ​ຄູ່​ຮ່ວມ​ມືຍຸດທະສາດ. ​ໃນ​ນັ້ນ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນເປັນດີຈີຕອນຖືກກຳນົດວ່າ​ບັນ​ດາ​ໄມ້​ງັດຍຸດທະສາດ​ໃຫ້​ແກ່ການເຕີບໂຕ.

ສຳລັບນະຄອນ ໂຮ່ຈິມິນ, ພື້ນທີ່ພັດທະນາໃໝ່ສ້າງເງື່ອນໄຂເພື່ອເພີ່ມທະວີການ​ເຊື່ອມ​ຕໍ່ລະຫວ່າງ​ບັນ​ດາຂະແໜງເສດຖະກິດ, ດຶງດູດ FDI, logistic ແລະ ກະແສການ​ເງິນ​ບົນ​ພື້ນ​ຖານການ​ປ່ຽນ​ແປງ​ໃໝ່ວິທະຍາສາດເຕັກໂນໂລຊີ, ​ພ້ອມ​ທັງ​ເປີດກວ້າງຄວາມ​ສາ​ມາດເຂົ້າເຖິງແຫຼ່ງທຶນ, ​ພູມ​ປັນ​ຍາ ແລະ ເຄືອຂ່າຍການຮ່ວມ​ມືສາກົນ. ທ່ານ ຫງວຽນກົງວິງ, ຮອງປະທານຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່ຈິມິນ, ໃຫ້​ຮູ້ວ່າ:

ສຳລັບບັນ​ດາ​ຄູ່​ຮ່ວມ​ມືສາກົນ ແລະ ​ປະ​ຊາ​ຄົ​ມ​ວິ​ສາ​ຫະ​ກິດ, ນັກລົງທຶນຕ່າງ​ປະ​ເທດ, ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກດຶງດູດບໍ່ພຽງແຕ່ແຫຼ່ງ​ເງິນລົງທຶນເທົ່ານັ້ນ, ​ຫາກຍັງລວມທັງເຕັກໂນໂລຊີ, ​ພູມ​ປັນ​ຍາ, ວິທີການຄຸ້ມຄອງທີ່ທັນສະໄໝ, ວຽກ​ເຮັດ​ງານ​ທຳ​ທີ່ມີຄຸນນະພາບສູງ ແລະ ຄວາມສາມາດຜະລິດໃໝ່. ນະຄອນ ໂຮ່ຈິມິນ ຂໍຖື​ເປັນ​ກຽດເຊີນປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ​ບັນ​ດານັກລົງທຶນ​ເຂົ້າ​ຮ່ວມ​ການ​ສ້າງ​ພື້ນ​ທີ່ພັດ​ທະ​ນາໃໝ່: ສີຂຽວກວ່າ, ສະອາດກວ່າ, ນຳ​ໃຊ້ເຕັກໂນໂລຢີ​ກ້າວ​ໜ້າກວ່າ ແລະ ຍືນຍົງກວ່າ.

ຜ່ານ AEF 2026, ນະຄອນ ໂຮ່ຈິມິນ ປາດ​ຖະ​ໜາ​ຢາກ​ເຕົ້າ​ໂຮມ​ບັນ​ດາ​ແຫຼ່ງຊັບ​ພະ​ຍາ​ກອນ​ເຕີບ​ໂຕ​ໃໝ່, ສ້າງພື້ນທີ່ສຳ​ພັນ ແລະ ເພີ່ມ​ທະ​ວີ​ການເຊື່ອມຕໍ່ກັບ​​ສູນ​ກາງ​ເສດ​ຖະ​ກິດ ແລະ ນະວັດຕະກໍາທົ່ວໂລກ. ​ຜ່ານນັ້ນ, ນະຄອນ​​ຫັນ​ການ​ກຳ​ນົດ​ທີ່​ຕັ້ງ​ "ການ​ເຕົ້າ​ໂຮມ​ຂອງບັນ​ດາຂົ້ວການເຕີບ​ໂຕໃໝ່​ທົ່ວ​ໂລກ" ໃຫ້​ເປັນ​ຮູບ​ປະ​ທຳເທື່ອ​ລະ​ກ້າວ.