ໄລ່ຮອດວັນທີ 15 ຕຸລາ, ຍອດ​ວົງ​ເງິນ​ສົ່ງ​ອອກ - ນຳເຂົ້າ ສິນ​ຄ້າຂອງ ຫວຽດນາມ ບັນລຸ ກວ່າ 945 ຕື້ USD, ເພີ່ມຂຶ້ນຫຼາຍກວ່າ 31% ເມື່ອທຽບກັບໄລຍະດຽວກັນຂອງປີ 2025. ຫວຽດນາມ ຍັງ​ຂາດພຽງປະມານ 55 ຕື້ USD ເທົ່ານັ້ນຈະ​ບັນ​ລຸ​ໄດ້ເປົ້າໝາຍ 1.000 USD.

ຕາມຕົວ​ເລກເບື້ອງຕົ້ນຂອງກົມພາສີ, ວົງ​ເງິນສົ່ງອອກ​ສິນ​ຄ້ານັບແຕ່ຕົ້ນປີ​ມາ​ຮອດວັນທີ 15 ຕຸລາ ບັນລຸເກືອບ 464 ຕື້ USD, ເພີ່ມຂຶ້ນເກືອບ 26%, ​ແມ່ນກວ່າ 95 ຕື້ USD ເມື່ອທຽບກັບໄລຍະດຽວກັນຂອງປີ 2025.

ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງ​ອາ​ໄຫຼ່​ໄດ້ນຳ​ໜ້າ​ໝວດ​ສິນ​ຄ້າສົ່ງອອກ, ​ດ້ວຍມູນຄ່າກວ່າ 135 ຕື້ USD, ກວມເອົາກວ່າ 29% ຍອດ​ວົງ​ເງິນສົ່ງອອກ​ທົ່ວປະເທດ. ​ຢືນອັນດັບ​ທີສອງແມ່ນ​ໝວດເຄື່ອງຈັກ, ອຸປະກອນ, ເຄື່ອງມື ແລະ ​ເຄື່ອງອາໄຫຼ່ ​ດ້ວຍມູນຄ່າເກືອບ 59 ຕື້ USD, ເພີ່ມຂຶ້ນ 29%. ໂທລະສັບທຸກ​ປະ​ເພດ ແລະ ​ເຄື່ອງ​ອາ​ໄຫຼ່ຕ່າງໆ​ບັນ​ລຸມູນຄ່າກວ່າ 54 ຕື້ USD, ເພີ່ມຂຶ້ນກວ່າ 18%.

ສິ່ງທີ່ໜ້າສົນ​ໃຈແມ່ນ, ຂົງ​ເຂດ​ວິ​ສາ​ຫະ​ກິດ​ທີ່​ມີ​ເງິນ​ລົງ​ທຶນໂດຍກົງຈາກ​ຕ່າງ​ປະ​ເທດ (FDI) ບັນລຸ​ວົງ​ເງິນສົ່ງອອກກວ່າ 374 ຕື້ USD, ເພີ່ມຂຶ້ນກວ່າ 31%, ກວມ​ເອົາເກືອບ 81% ຍອດ​ວົງ​ເງິນສົ່ງອອກ​ຂອງ​ທັງປະເທດ.