ກອງປະຊຸມສຳມະນາ ຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດ
17/02/2012 14:53
ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາພາຫະນະສັນຈອນທາງຄົມມະນາຄົມຂົນສົ່ງ ບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ

ຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ ພາບປະກອບ(ຈາກ internet) (vovworld) - ຕອນເຊົ້າວັນທີ 17/2 ຢູ່ ຮ່າໂນ້ຍ, ກະຊວງຄົມມະນາຄົມຂົນສົ່ງ ສົມທົບກັບ ສະຖານທູດ ລາຊະອານາຈັກ ອັງກິດ ປະຈຳຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາພາຫະນະສັນຈອນທາງຄົມມະນາຄົມຂົນສົ່ງ ບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ຊ່ຽວຊານຂອງສອງປະເທດໄດ້ປືກສາຫາລືກ່ຽວກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ສະພາບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ, ແຜນການດຳເນີນງານຂອງກະຊວງຄົມມະນາຄົມຂົນສົ່ງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ແລກປ່ຽນບົດຮຽນກ່ຽວກັບການພັດທະນາພາຫະນະສັນຈອນທາງຄົມມະນາຄົມຂົນສົ່ງທີ່ບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມຂອງ ອັງກິດ. ທ່ານ ເລແມ່ນຮູ່ງ ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ໄດ້ເນັ້ນຫນັກວ່າ: ການປ່ຽນແປງຂອງດິນຟ້າອາກາດແມ່ນສິ່ງທ້າທາຍໃຫຍ່ສຳລັບມວນມະນຸດ ແລະ ຢູ່ ຫວຽດນາມ, ບັນດາການປ່ຽນແປງຂອງດິນຟ້າອາກາດ ໄດ້ ແລະ ພວມເກີດຂຶ້ນໃນທຸກມື້ ໄດ້ສົ່ງຜົນສະທ້ອນບໍ່ຫນ້ອຍເຖິງການເຄື່ອນໄຫວພັດທະນາເສດຖະກິດສັງຄົມ, ໃນນັ້ນມີຄົມມະນາຄົມຂົນສົ່ງ. ທ່ານຮອງລັດຖະມົນຕີ ເລແມ່ນຮຸ່ງ ເວົ້າວ່າ:
TAG
ປ່ຽນແປງດິນຟ້າອາກາດ
Related
More





