ກອງປະຊຸມສຳມະນາວິທະຍາສາດ “ຊວນຢ້ຽວ-ນັກກະວີແລະມໍລະດົກວັນນະຄະດີ”
20/02/2016 08:21
(vovworld)- ຕອນເຊົ້າວັນທີ 20/2 ຢູ່ແຂວງ ຮ່າຕິ້ງ, ຄະນະກຳມະການປະຊາຊົນ ແຂວງ ຮ່າຕີ້ງ ສົມທົບກັບມະຫາວິທະຍາໄລ ວີງ

ທ່ານດັ້ງກວກແຄງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ພາບ:baoxaydung (vovworld)- ຕອນເຊົ້າວັນທີ 20/2 ຢູ່ແຂວງ ຮ່າຕິ້ງ, ຄະນະກຳມະການປະຊາຊົນ ແຂວງ ຮ່າຕີ້ງ ສົມທົບກັບມະຫາວິທະຍາໄລ ວີງ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ຊວນຢ້ຽວ - ນັກກະວີ ແລະ ມໍລະດົກວັນນະຄະດີ”. ນັກກະວີ ຊວນຢ້ຽວ ມີບ້ານເກີດເມືອງນອນຢູ່ ເທດສະບານ ແງ່ນ ເມືອງ ການໂລກ ແຂວງ ຮ່າຕີ້ງ, ທ່ານໄດ້ມີການປະກອບສ່ວນສຳຄັນຫລາຍຢ່າງໃຫ້ແກ່ການພັດທະນາພື້ນຖານວັນນະຄະດີປະເທດຊາດ, ເປັນຕົວແທນດີເດັ່ນໃຫ້ກະວີປະເພດໂລແມນຕິກຫວຽດນາມ ໄລຍະ 1930-1945. ໃນພາລະກິດປະດິດແຕ່ງບົດກາບກອນ, ບົດປະພັນວັນນະຄະດີຂອງຕົນ, ນັກກະວີ ຊວນຢ້ຽວໄດ້ປະໄວ້ບົດກະວີ, ບົດປະພັນວັນນະຄະດີເປັນຈຳນວນຫລວງຫລາຍແລະ ມີຄຸນຄ່າຍາວນານ.
TAG
vovworld/ກະວີ
Related
More






