ລາຍການກຽດສະຫງ່າຫວຽດນາມ ຄັ້ງທີ 9
18/12/2011 09:01
ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມລາຍການກຽດສະຫງ່າຫວຽດນາມ ຄັ້ງທີ 9 ຖືກໄຂຂຶ້ນຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ

ຕອນເຊົ້າວັນທີ 18/12 ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມລາຍການກຽດສະຫງ່າຫວຽດນາມ ຄັ້ງທີ 9 ຖືກໄຂຂຶ້ນຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ. ນີ້ແມ່ນເຫດການວັດທະນະທຳ ການເມືອງ ພິເສດ ຊຶ່ງໄດ້ຮັບການຈັດຕັ້ງຂຶ້ນປະຈຳປີ, ເພື່ອແນໃສ່ເຊີດຊູບັນດາໝູ່ຄະນະ, ສ່ວນບຸກຄົນວິລະຊົນແຮງງານ, ວິລະຊົນກຳລັງປະກອບອາວຸດ, ແບບຢ່າງດີເດັ່ນ, ມີຜົນງານດີເດັ່ນພິເສດໃນຂະບວນການແຂ່ງຂັນຮັກຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ດັ້ງງອກຕູ່ງ, ກຳມະການສູນກາງພັກ, ປະທານສະຫະພັນແຮງງານຫວຽດນາມ, ຮອງປະທານສະພາແຂ່ງຂັນ ແລະ ຍ້ອງຍໍ ສູນກາງຖືວ່າ: “
Related
More







