(ພາບ: Russian Foreign Ministry/Handout via REUTERS)
ໃນສະພາບການປະທະກັນຢູ່ ຢູແກຼນ ຍັງບໍ່ທັນມີສັນຍານຫຼຸດລົງ, ສະຫະພັນ ລັດເຊຍ ໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍ: ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາການເຈລະຈາທີ່ນຳມາເຊິ່ງໝາກຜົນທີ່ແທດຈິງ, ມຸ່ງໄປເຖິງມາດຕະການຍືນຍົງຍາວນານ, ພ້ອມທັງເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງແກ້ໄຂກົກສາຍປາຍເຫດຂອງການປະທະກັນ.
ວັນທີ 6 ພຶດສະພາ, ໂດຍຕອບສຳພາດຕໍ່ສື່ມວນຊົນ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ລັດເຊຍຍາມໃດກໍ່ຍັງເປີດ ວິວັດການເຈລະຈາ ແລະ ບັນດາຊ່ອງທາງພົບປະກັບຢູແກຼນ, ດ້ວຍເງື່ອນໄຂບັນດາການໂອ້ລົມສົນທະນາຕ້ອງມີລັກສະນະແທ້ຈິງ. ຕາມທ່ານນາງ Maria Zakharova ແລ້ວ, ລັດເຊຍເຂົ້າຮ່ວມການປຶກສາຫາລືບັນດາການເໜີກ່ຽວກັບສັນຕິພາບໂດຍ ອາເມລິກາ ຍົກອອກມາ ແຕ່ຍັງມີຄວາມສົງໄສຕໍ່ເຈດຈະນາດີການເຈລະຈາຂອງອຳນາດການປົກຄອງ ຢູແກຼນ. ແລະກໍ່ໃນວັນທີ 6 ພຶດສະພາ, ທ່ານ Rodion Miroshnik ຜູ້ຕາງໜ້າກະຊວງການຕ່າງປະເທດ ລັດເຊຍ ໄດ້ຢັ້ງຢືນວ່າ ລັດເຊຍພ້ອມແລ້ວທີ່ຈະເຈລະຈາ, ແຕ່ການເປີດປະຕູເຈລະຈາບໍ່ຍົກເວັ້ນຄວາມຮັບຜິດຊອບຂອງຢູແກຼນ ຕໍ່ບັນດາການກະທຳທີ່ໄດ້ຮັບຖືວ່າແມ່ນລະເມີດນັບທັງດ້ານການທະຫານທັງດ້ານນິຕິກຳ.





