VOV WorldVOV World
ລັດ ຫວຽດນາມ ມອບຫຼຽນໄຊອັນສູງສົ່ງໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນສັງກັດກອງທັບ ປະຊາຊົນລາວ
04/11/2019 11:36
(VOVWORLD) -ທ່ານ ພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ປະດັບຫຼຽນໄຊດາວຄໍາ, ຫຼຽນໄຊອັນສູງສົ່ງທີ່ສຸດ ຂອງພັກ, ລັດ ຫວຽດນາມ ໃຫ້ແກ່ກອງທັບປະຊາຊົນ ລາວ ພ້ອມກັບບັນດາຫຼຽນໄຊອື່ນໆ ໃຫ້ແກ່່ 53 ກົມກອງ ແລະ 65 ບຸກຄົນ ຂອງກອງທັບປະຊາຊົນລາວ.
ລັດ ຫວຽດນາມ ມອບຫຼຽນໄຊອັນສູງສົ່ງໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນສັງກັດກອງທັບ ປະຊາຊົນລາວ
        ຕອນເຊົ້າວັນທີ 4 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງພິທີປະດັບຫຼຽນໄຊຂອງພັກ, ລັດຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນສັງກັດ ກອງທັບປະຊາຊົນລາວ ທີ່ບັນລຸໄດ້ຜົນງານຫຼາຍຢ່າງ, ມີການປະກອບສ່ວນສໍາຄັນ, ເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ ແລະ ກອງທັງສອງປະເທດ ຫວຽດນາມ - ລາວ.
TAG
VOV/VOVworld/ຫຼຽນໄຊ/ປະດັບ/ກອງທັບປະຊາຊົນລາວ

More