ລັດເຊຍ ຍິງຍານອາວະກາດຂຶ້ນສູ່ສະຖານີອາວະກາດ
26/09/2019 08:45
(VOVWORLD) - ໃນເວລາ 20ໂມງ 57 ນາທີ (ຕາມເວລາ ຫວຽດນາມ) ວັນທີ 25 ກັນຍາ, ຍານອາວະກາດ Soyuz ຂອງ ລັດເຊຍ ພ້ອມກັບນັກອາວະກາດ 3 ຄົນ ໄດ້ຍິງຂຶ້ນສູ່ສະຖານີອາວະກາດສາກົນ (ISS) ຈາກສະໜາມບິນອາວະກາດ Baikonur ຢູ່ ກາຊັກສະຖານ.

ລັດເຊຍ ຍິງຍານອາວະກາດຂຶ້ນສູ່ສະຖານີອາວະກາດ (ພາບ: AFP/TTXVN) ໃນການເດີນທາງນີ້, ເປັນຄັ້ງທຳອິດທີ່ມີການເຂົ້າຮ່ວມຂອງນັກອາວະກາດ Hazzaa AlMansoori ທີ່ມາຈາກ ສະຫະລັດ ອາຣັບ ເອມີເລດ (UAE). ສະມາຊິກ 2 ຄົນທີ່ຍັງເຫຼືອນັ້ນ ລວມມີນັກອາວະກາດ ລັດເຊຍ 1 ຄົນ ແລະ ນັກອາວະກາດ ອາເມລິກາ 1 ຄົນ. ນັກອາວະກາດ UAE ຈະເຮັດວຽກຕົວຈິງຢູ່ ISS ເປັນເວລາ 8 ວັນ. ອົງການອາວະກາດ Roscosmos ຂອງ ລັດເຊຍ ປະກາດວ່າ ຍານອາວະກາດ Soyuz ໄດ້ບິນເຂົ້າວົງໂຄຈອນເປັນທີ່ຮຽບຮ້ອຍແລ້ວ.
TAG
VOV/VOVworld/ລັດເຊຍ/ຍິງຍານອາວະກາດ/ສະຖານີອາວະກາດ
Related
More





