ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບ ລັດຖະມົນຕີການຕ່າງປະເທດ Macedonia
12/11/2012 11:27
ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບລັດຖະມົນຕີການຕ່າງປະເທດ Macedonia

(vovworld) – ຕອນບ່າຍວັນທີ 12/11, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດTruong Tan Sang ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ Macedonia Nicola Poposki ທີ່ພວມຢູ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 11-13/11. ທ່ານປະທານປະເທດTruong Tan Sang ຖືວ່າ ການຮ່ວມມືທາງດ້ານເສດຖະກິດການຄ້າລະຫວ່າງສອງປະເທດຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດເທື່ອ, ດັ່ງນັ້ນ, ສອງຝ່າຍຄວນຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດການຄ້າກວ່າອີກ. ຕາມທ່ານປະທານປະເທດ Truong Tan Sang ແລ້ວ, ສອງປະເທດຄວນເປີດບັນດາອົງການຕາງໜ້າທາງດ້ານການຄ້າຢູ່ບັນດາສູນເສດຖະກິດ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ອຳນາດການປົກຄອງ, ອົງການຈັດຕັ້ງມິດຕະພາບບັນດາແຂວງ, ນະຄອນຂອງສອງປະເທດເພີ່ມທະວີການແລກປ່ຽນ ຊອກຮູ້ເຊິ່ງກັນ ແລະ ກັນ, ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມ Macedonia ໃນທຸກຂົງເຂດ. ທ່ານປະທານປະເທດTruong Tan Sang ຫວັງວ່າ Macedonia ຈະສະໜັບສະໜູນຫວຽດນາມ ອອກສະໝັກເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງອາຍຸການ 2020 – 2021 ແລະ ສະພາເສດຖະກິດສັງຄົມສະຫະປະຊາຊາດ ອາຍຸການ 2016-2018
TAG
ລັດຖະມົນຕີການຕ່າງປະເທດ
Related
More




