VOV WorldVOV World
ລັດຖະມົນຕີການຕ່າງປະເທດ ອີຣານ ພົບປະເຈລະຈາກັບຄູ່ຕຳແໜ່ງ ຝຣັ່ງ
26/08/2019 09:20
(VOVWORLD) - ບັນດາການພົບປະຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif ກັບວົງການການນຳ ຝຣັ່ງ ໄດ້ດຳເນີນໄປຢ່າງຕັ້ງໜ້າ.
ລັດຖະມົນຕີການຕ່າງປະເທດ ອີຣານ ພົບປະເຈລະຈາກັບຄູ່ຕຳແໜ່ງ ຝຣັ່ງ
ວັນທີ 25 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif ໄດ້ອອກຈາກນະຄອນ Biarritz, ປະເທດ ຝຣັ່ງ ກັບເມືອປະເທດ, ພາຍຫລັງມີການຢ້ຽມທີ່ບໍ່ໄດ້ແຈ້ງລ່ວງໜ້າ ກ່ອນໜ້ານັ້ນໃນວັນດຽວກັນຢູ່ນະຄອນ Biarritz, ເຊິ່ງແມ່ນສະຖານທີ່ພວມດຳເນີນກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ເພື່ອປຶກສາຫາລືກັບວົງການເຈົ້າໜ້າທີ່ ເອີຣົບ ກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif (ພາບ: Reuters)         ແຈ້ງການຂອງວັງ Elysee ໃຫ້ຮູ້ວ່າ: ບັນດາການພົບປະຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif ກັບວົງການການນຳ ຝຣັ່ງ ໄດ້ດຳເນີນໄປຢ່າງຕັ້ງໜ້າ. ຕາມນັ້ນແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif ໄດ້ມີບັນດາການພົບປະຢູ່ນອກກອງປະຊຸມ G7 ກັບຄູ່ຕຳແໜ່ງປະເທດເຈົ້າພາບ Jean-Yves Le Drian ກໍ່ຄືກັບທ່ານປະທານາທິບໍດີ ຝຣັ່ງ Emmanuel Macron. ນອກນັ້ນ ທ່ານ Javad Zarif ກໍ່ມີການພົບປະກັບຜູ້ຕາງໜ້າຂອງ ອັງກິດ ແລະ ເຢຍລະມັນ.
TAG
VOV/VOVworld/ອີຣານ/ພົບປະເຈລະຈາກັບ/ຄູ່ຕຳແໜ່ງ/ຝຣັ່ງ

More