VOV WorldVOV World
ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
28/11/2019 11:23
(VOVWORLD) -ຕອນບ່າຍວັນທີ 28 ພະຈິກ, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ Nyamaa Enkhbold ຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 28 ພະຈິກ ຫາວັນທີ 01 ທັນວາ 2019 ຢ່າງເປັນທາງການ.
ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ທ່ານ ໂງຊວັນລິກ  ແລະ ທ່ານ Nyamaa Enkhbold (ພາບ: qdnd.vn )         ພາຍຫລັງພິທີຕ້ອນຮັບ, ລັດຖະມົນຕີ 2 ທ່ານໄດ້ດຳເນີນກອງປະຊຸມເຈລະຈາ. ເພື່ອພັດທະນາການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ມົງໂກນ ທັງລວງກ້ວາງ ແລະ ລວງເລິກ ແລະ ບັນລຸປະສິດທິຜົນຢ່າງແທດຈິງ, 2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ ຈະຕັ້ງໜ້າຜັນຂະຫຍາຍການຮ່ວມມືດ້ານປ້ອງກັນຊາດໃນຂອບເຂດຂໍ້ຕົກລົງລະຫວ່າງ 2 ລັດຖະບານ, ໃນນັ້ນມີເລື່ອງສ້າງກຸ່ມປະຕິບັດງານຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ.         ພາຍຫລັງກອງປະຊຸມເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເຊັນ “ຂໍ້ຕົກລົງລະຫວ່າງ 2 ລັດຖະບານ ຫວຽດນາມ - ມົງໂກນ ກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຊາດ”.
TAG
VOV/VOVworld/ລັດຖະມົນຕີ/ກະຊວງປ້ອງກັນປະເທດ/ມົງໂກນ

More