VOV WorldVOV World
ລັດຖະມົນຕີກະຊວງສຶກສາແລະບຳລຸງສ້າງຫວຽດນາມຕອບຄຳຊັກຖາມ
11/06/2014 09:56
(vovworld)- ທີ່​ວາລະ​ຊັກ​ຖາມ​ໃນ​ຕອນ​ເຊົ້າ​ວັນ​ທີ 11/6, ທ່ານ ຟ້າ​ມຫວູລ້ວນ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ
ທ່ານ ລັດຖະມົນຕີ ຟາ​ມຫວູລ້ວນ (vovworld)- ທີ່​ວາລະ​ຊັກ​ຖາມ​ໃນ​ຕອນ​ເຊົ້າ​ວັນ​ທີ 11/6, ທ່ານ ຟ້າ​ມຫວູລ້ວນ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຕອບ​ຄຳ​ຊັກ​ຖາມ​ກ່ຽວ​ກັບ​ຄຸນ​ນະພາ​ບການ​ສຶກສາ​ບຳລຸງ​ສ້າງ, ​ການ​ຜັນ​ຂະຫຍາຍ​ປະຕິບັດ​ການ​ປະຕິ​ຮູບດ້ານ​ການ​ສຶກສາ, ປ່ຽນ​ໃຫມ່​ການ​ສອບ​ເສັງ.         ກ່ຽວ​ກັບ​ສາຍ​ເຫດ​ ​ເຮັດ​ໃຫ້​ນັກ​ສຶກສາ​ພາຍຫລັງຮຽນຈົບ​ມະຫາວິທະຍາ​ໄລ ​ແຕ່​ບໍ່​ມີ​ວຽກ​​ເຮັດ​ງານ​ທຳ, ທ່ານ ລັດຖະມົນຕີ ຟາ​ມຫວູລ້ວນ ຖື​ວ່າ: ການ​ບຳລຸ​ງສ້າງ​ແມ່ນ​ອີງ​ຕາມ​ຄວາມ​ສາມາດ​ຂອງ​ບັນດາ​ມະຫາວິທະຍ​າໄລ ຫາກ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຕ້ອງການ​ຂອງ​ທ້ອງ​ຖິ່ນ. ​ຫລັກສູດການ​ສິດສອນ​ ບໍ່​ທັດ​ທຽ​ມກັບ​ການ​ພັດທະນາ​ຂອງ​ໂລກ, ບໍ່​ທັນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄວາມ​ສາມາດ​ເຮັດ​ວຽກ​ຕາມ​ຫນ່ວຍ, ພາສາ​ຕ່າງປະ​ເທດ. ​ເພື່ອ​ແກ້​ໄຂ​ສະພາບ​ການ​ດັ່ງກ່າວ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໄດ້ຈຳກັດ​ສ້າງ​ຕັ້ງບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ, ປັບປຸງ​ຂັ້ນ​ຕອນ​ອອກ​ຫນັງສື​ອະນຸຍາດ​​ໃຫ້​ສ້າງ​ຕັ້ງ, ກ່າວ​ເຕືອນ​ກ່ຽວ​ກັບ​ຂະ​ແຫນງ​ອາຊີບ, ຂົງ​ເຂດ​ບຳລຸງ​ສ້າງ​ທີ່​ມີ​ຂອບ​ຂະຫນາດ​ໃຫຍ່​. ທ່ານ ຫວູລ້ວນ​ກ່າວວ່າ:        
TAG
vovworld/vov/ກະຊວງ​ສຶກສາ

More