ລັດຖະມົນຕີວ່າການກະຊວງຕຳຫລວດຫວຽດນາມຕ້ອນຮັບຄະນະ ຜູ້ແທນຂັ້ນສູງກະຊວງພາຍໃນມຽນມາ
23/12/2015 08:12
(vovworld) – ຕອນບ່າຍວັນທີ 22/12, ຢູ່ຮ່າໂນ້ຍ, ທ່ານພົນເອກ ເຈີ່ນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫລວດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ສາທາລະນະລັດສະຫະພາບ ມຽນມາ

ທ່ານພົນເອກ ເຈີ່ນດ້າຍກວາງ ຕ້ອນຮັບ ທ່ານພົນຈັດຕະວາ Kyaw Kyaw Tun (ພາບ: baomoi.com) (vovworld) – ຕອນບ່າຍວັນທີ 22/12, ຢູ່ຮ່າໂນ້ຍ, ທ່ານພົນເອກ ເຈີ່ນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫລວດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ສາທາລະນະລັດສະຫະພາບ ມຽນມາ ໂດຍທ່ານພົນຈັດຕະວາ Kyaw Kyaw Tun, ລັດຖະມົນຕີຊ່ວຍວ່າການ ນຳໜ້າ, ມາຢ້ຽມຢາມ ແລະ ເຮັດວຽກກັບກະຊວງຕຳຫລວດ ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍຕີລາຄາສູງບັນດາຜົນງານເຊິ່ງລັດຖະບານ ແລະ ປະຊາຊົນ ມຽນມາ ບັນລຸໄດ້ໃນວິວັດການປະຕິຮູບ, ປອງດອງຊາດ, ເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາປະເທດຊາດ. ສ່ວນທ່ານລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ ສາທາລະນະລັດ ສະຫະພາບ ມຽນມາ Kyaw Kyaw Tun ເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງ 2 ຝ່າຍຈະບັນລຸໄດ້ໝາກຜົນຫລາຍກ່ວາອີກ ໃນບັນດາຂົງເຂດຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ; ສືບຕໍ່ຍູ້ໄວວິວັດທະນາການເຈລະຈາ ກ້າວໄປເຖິງການລົງນາມໃນບັນດາສັນຍາ, ຂໍ້ຕົກລົງ, ເອກະສານນິຕິກຳ ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພແຫ່ງຊາດ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມຂອງ 2 ປະເທດ.
TAG
vov/vovworld/ມຽນມາ
Related
More





