ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກຸ່ມບໍລິສັດSunwah,ຮົງກົງ,ປະເທດຈີນ
22/04/2016 07:05
ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພວມຕັດສິນໃຈປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ

ທ່ານ Jonathan Choi ແລະ ທ່ານ ຫງວຽນຊວນຟຸກ (ພາບ: (vovworld) – ຕອນບ່າຍວັນທີ 21/4, ໃນການຕ້ອນຮັບທ່ານ Jonathan Choi, ປະທານກຸ່ມບໍລິສັດ Sunwah, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພວມຕັດສິນໃຈປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ບັນດານັກລົງທຶນຕ່າງປະເທດເຂົ້າມາເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງບັນດາການເຄື່ອນໄຫວລົງທຶນຢ່າງມີປະສິດທິຜົນຂອງກຸ່ມບໍລິສັດ Sunwah ເຂົ້າ ຫວຽດນາມ ໃນຊຸມປີຜ່ານມາ. ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ທ່ານ Jonathan Choi ເພີ່ມທະວີບັນດາລາຍການ, ໂຄງການລົງທຶນເຂົ້າ ຫວຽດນາມ ຫຼາຍກ່ວາອີກ, ຖື ຫວຽດນາມ ແມ່ນສະຖານທີ່ລົງທຶນສຳຄັນແຖວໜ້າເພື່ອເປີດກ້ວາງການລົງທຶນ. ສ່ວນທ່ານປະທານກຸ່ມບໍລິສັດ Sunwah Jonathan Choi ຢັ້ງຢືນຈະສືບຕໍ່ຍູ້ແຮງການຮ່ວມມື, ລົງທຶນໃນບັນດາຂົງເຂດຊຶ່ງກຸ່ມບໍລິສັດມີທ່າແຮງກັບ ຫວຽດນາມ ແລະ ສືບຕໍ່ຮ່ວມມືກັບບັນດາມະຫາວິທະຍາໄລ ຫວຽດນາມ ໃນໄລຍະຈະມາເຖິງ.
TAG
vovworld/ລົງທຶນ
Related
More





