ງານມະໂຫລານເພງພື້ນເມືອງຫວຽດນາມປີ2015-ເຂດທາງທິດໃຕ້ພາກກາງຫວຽດນາມ
12/04/2015 08:15
(vovworld)-ຕອນຄ່ຳວັນທີ 11/4, ໂທລະພາບຫວຽດນາມ ສາຂາແຂວງ ຟູອຽນ ໄດ້ຈັດຕັ້ງງານມະໂຫລານເພງພື້ນເມືອງຫວຽດນາມປີ 2015

ລາຍການສິລະປະທີ່ງານມະໂຫລານ ພາບ:baophuyen.com (vovworld)-ຕອນຄ່ຳວັນທີ 11/4, ໂທລະພາບຫວຽດນາມ ສາຂາແຂວງ ຟູອຽນ ໄດ້ຈັດຕັ້ງງານມະໂຫລານເພງພື້ນເມືອງຫວຽດນາມປີ 2015 ເຂດທາງທິດໃຕ້ພາກກາງ. ເຂົ້າຮ່ວມງານມະໂຫລານ ມີ7 ກອງສິລະປະ ມາຈາກບັນດາແຂວງຄື: ກວ໋າງຫງາຍ, ບີງດີ້ງ, ຟູອຽນ, ແຄງຮ່ວາ, ນີງທ້ວນ, ບີງທ້ວນ ແລະ ນະຄອນ ດາຫນັງ. ໃນງານມະໂຫລານຄັ້ງນີ້, ບັນດານັກສິລະປິນ ໄດ້ແນະນຳບັນດາທຳນອງເພງພື້ນເມືອງເຕັມໄປດ້ວຍສີສັນສະເພາະໃນຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຄື: ChamH’roi, Ede, Raglay, Giarai. ຜ່ານບັນດາທຳນອງເພງພື້ນເມືອງນັ້ນ ໄດ້ວາດພາບສີສັນວັດທະນະທຳກ່ຽວກັບຊີວິດການເປັນຢູ່, ຮີດຄອງປະເພນີທີ່ມີຊີວິດຊີວາຂອງຊາວທາງທິດໃຕ້ພາກກາງຫວຽດນາມ.
TAG
vovworld/ເພງພື້ນເມືອງ
Related
More






