ຍີ່ປຸ່ນແລະອົດສະຕາລີເລັ່ງລັດສະພາຄວາມໝັ້ນຄົງສປຊລົງໂທດສປປເກົາຫລີ
16/02/2016 08:03
(vovworld)- ວັນທີ 15/2, ທ່ານ Fumio Kishida, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຍີ່ປຸ່ນ ໄດ້ເຈລະຈາກັບຄູ່ຕຳແຫນ່ງ ອົດສະຕາລີ

ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull (vovworld)- ວັນທີ 15/2, ທ່ານ Fumio Kishida, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຍີ່ປຸ່ນ ໄດ້ເຈລະຈາກັບຄູ່ຕຳແຫນ່ງ ອົດສະຕາລີ Julie Bishop ພວມຢູ່ ຢ້ຽມຢາມ ໂຕກຽວ, ໃນນັ້ນສອງຝ່າຍເຫັນດີເລັ່ງລັດສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິລົງໂທດ ສປປ ເກົາຫລີ ທີ່ກ່ຽວຂ້ອງເຖິງບັນດາກໍລະນີທົດລອງ ນິວເຄຼຍ ແລະ ຍິງທົດລອງລູກສອນໄຟໄລຍະໄກນຳເອົາດາວທຽມຂອງ ພຽງຢາງ ຫວ່າງແລ້ວນີ້. ກ່າວຄຳເຫັນທີ່ການພົບປະ, ທ່ານ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຍີ່ປຸ່ນ Kishida ເນັ້ນຫນັກວ່າ: “ປະຊາຄົມສາກົນ ຄວນສົ່ງສານຢ່າງແຮງ” ສຳລັບ ສປຊ ໂດຍຖືວ່າ ເລື່ອງພຽງຢາງດຳເນີນເຫດທົດລອງນິວເຄຼຍເມື່ອວັນທີ 6/1 ແລະ ເຫດຍິງທົດລອງລູກສອນໄຟເມື່ອວັນທີ 7/2 ຜ່ານມາ ແມ່ນການນາບຂູ່ໂດຍກົງຢ່າງຮ້າຍແຮງທີ່ມີຕໍ່ຍີ່ປຸ່ນ.
TAG
vovworld/ກໍລະນີທົດລອງ
Related
More






