ຍັງບໍ່ທັນໄດ້ຮັບຂ່າວ ພົນລະເມືອງຫວຽດນາມຮັບເຄາະຮ້າຍໃນເຫດບຸກໂຈມຕີຢູ່ບູກີນາ ຟາໂຊ
17/01/2016 09:41
(vovworld)- ວັນທີ 16/1, ຕອບສຳພາດນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລີຍາຂອງຫວຽດນາມຕໍ່ໜ້າ ເຫດການບຸກໂຈມຕີ...

ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ (vovworld)- ວັນທີ 16/1, ຕອບສຳພາດນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລີຍາຂອງຫວຽດນາມຕໍ່ໜ້າ ເຫດການບຸກໂຈມຕີ ແລະ ຈັບເປັນຕົວປະກັນຢູ່ ບູກີນາ ຟາໂຊ ໃນຕອນຄ່ຳວັນທີ 15/1 ຕາມເວລາທ້ອງຖິ່ນ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ ຊີ້ແຈ້ງວາ່ : ຫວຽດນາມສະແດງຄວາມເປັນຫ່ວງກັງວົນ ແລະ ກ່າວປະນາມຢ່າງຮຸນແຮງຕໍ່ບັນດາ ເຫດການບຸກໂຈມຕີແບບກໍ່ການຮ້າຍທີ່ໄດ້ເກີດຂຶ້ນຢ່າງລຽນຕິດຢູ່ ບູກີນາ ຟາໂຊ ໃນຊຸມມື້ທີ່ຜ່າຍມາ ແລະ ໃນມໍ່ໆມານີ້ ແມ່ນໃນວັນທີ 15/1. ພວກຂ້າພະເຈົ້າສະແດງຄວາມເສົ້າສະຫລົດໃຈ ຂໍແບ່ງເບົາຄວາມເຈັບປວດ, ຄວາມສູນເສຍໄປຍັງບັນດາຄອບຄົວຜູ້ຮັບເຄາະຮ້າຍ ແລະ ເຊື່ອແນວ່າ ຕົວການກໍ່ການຮ້າຍຈະຖືກນຳຕົວຂຶ້ນສານດຳເນີນຄະດີຕາມລະບຽບກົດໝາຍ. ແລະກໍໃນການຕອບສຳພາດນັກຂ່າວທີ່ສະເໜີໃຫ້ຮູ້ ຈະມີພົນລະເມືອງຫວຽດນາມເປັນຜູ້ຮັບເຄາະຮ້າຍໃນເຫດການບຸກໂຈມຕີແບບກໍ່ການຮ້າຍຫຼືບໍ່? ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ ໃຫ້ຮູ້ວາ່ ສະຖານທູດຫວຽດນາມປະຈຳມາຣົກ ຮັບຜິດຊອບວຽກງານການທູດຢູ່ບູກີນາ ຟາໂຊ ແຊ້ງໃຫ້ຊາບວ່າ ຂະນະນີ້, ຍັງບໍ່ທັນໄດ້ຮັບຂ່າວພົນລະເມືອງຫວຽດນາມຮັບເຄາະຮ້າຍໃນເຫດການບຸກໂຈມຕີຢູ່ບູກີນາ ຟາໂຊ.
TAG
vovworld/ບຸກໂຈມຕີ
Related
More





