ຍ້ອງຍໍຊົມເຊີຍບັນດາແບບຢ່າງທີ່ກ້າວໜ້າຈຳນວນ 180 ຄົນໃນໝູູ່ຊາວຄຼິດ
30/09/2015 11:24
(vovworld)- 5 ປີທີ່ຜ່ານມາ, ຂະບວນການທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ, ສ້າງການລົງຊີວິດ ແລະ ສາສະໜາໃຫ້ດີງາມໃນໝູ່ຊາວຄຼິດ....

ທ່ານ ຫງວຽນຖ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມກັບບັນດາສ່ວນບຸກຄົນໃນກອງປະຊຸມ (vovworld)- 5 ປີທີ່ຜ່ານມາ, ຂະບວນການທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ, ສ້າງການລົງຊີວິດ ແລະ ສາສະໜາໃຫ້ດີງາມໃນໝູ່ຊາວຄຼິດ ຕິດພັນກັບຂະບວນການແຂ່ງຂັນໂດຍຄະນະກຳມະການສາມັກຄີຊາວຄຼິດຫວຽດນາມປຸກລະດົມ ໄດ້ ແລະ ພວມເສີມຂະຫຍາຍຄຸນປະໂຫຍດ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃນການດຳລົງຊີວິດຢູ່ບັນດາເຂດມີຊາວຄຼິດດຳລົງຊີວິດ. ບັນດາເນື້ອໃນຂອງຂະບວນການແມ່ນຖືກຕ້ອງກັບແຜນນະໂຍບາຍ, ແນວທາງນະໂຍບາຍຂອງພັກ ແລະ ລັດ, ສອດຄ່ອງກັບຄວາມມຸ່ງຫວັງ ແລະ ວິຖີຊີວິດຂອງພໍ່ແມ່ປະຊາຊົນ. ໃນຂະບວນການແຂ່ງຂັນນີ້, ໄດ້ປະກົດມີບັນດາບັນດາແບບຢ່າງວຽກດີຄົນເດັ່ນໃນການອອກແຮງງານ, ທຳການຜະລິດ, ພັດທະນາເສດຖະກິດ, ຊ່ວຍກັນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ…. ກ່າວຄຳເຫັນທີ່ກອງປະຊຸມຍ້ອງຍໍຊົມເຊີຍບັນດາແບບຢ່າງທີ່ກ້າວໜ້າຈຳນວນ 180 ຄົນໃນໝູູ່ຊາວຄຼິດ ຊຶ່ງຈັດຂຶ້ນໃນຕອນເຊົ້າວັນທີ 30/9, ທ່ານ ຫງວຽນຖ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ : “ ຕາງໜ້າພັກ , ລັດ ແລະ ແນວໂຮມປະເທດຊາດຫວຽດນາມ, ຂ້າພະເຈົ້າຊົມເຊີຍ ແລະ ອວຍພອນຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ ໃນໄລຍະທີ່ຜ່ານມາ ໄດ້ຮັບການປັບປຸງ ແລະ ເພີ່ມທະວີການຈັດຕັ້ງການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ ແລະ ມີປະສິດທິຜົນ. ເສີມຂະຫຍາຍບົດບາດເປັນສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ, ປະກອບສ່ວນສ້າງຄວາມສາມັກຄີຢ່າງກ້ວາງຂວາງໃນ ໝູູ່ຊາວຄຼິດ, ຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ ”
TAG
vovworld/ຊາວຄຼິດ
Related
More






