ປະທານາທິບໍດີລັດເຊຍໄດ້ຮັບການເລືອກຕັ້ງຄືນໃຫມ່ແມ່ນບຸກຄົນຜົນສະທ້ອນທີ່ສຸດໃນໂລກ
06/11/2014 08:50
(vovworld)-ປະທານາທິບໍດີ ລັດເຊຍ V. Putin ສືບຕໍ່ແມ່ນຜູ້ນຳຫນ້າໃນຕາຕະລາງຈັດອັນດັບປະຈຳປີ ບັນຊີລາຍຊື່ບັນດາບຸກຄົນມີຜົນສະທ້ອນທີ່ສຸດໃນໂລກ

ພາບ:sggp.org.vn (vovworld)-ປະທານາທິບໍດີ ລັດເຊຍ V. Putin ສືບຕໍ່ແມ່ນຜູ້ນຳຫນ້າໃນຕາຕະລາງຈັດອັນດັບປະຈຳປີ ບັນຊີລາຍຊື່ບັນດາບຸກຄົນມີຜົນສະທ້ອນທີ່ສຸດໃນໂລກ ໂດຍວາລະສານ Forbes ທີ່ມີຊື່ສຽງຂອງອາເມລິກາ ປະຕິບັດ. ນີ້ເປັນຄັ້ງທີ 2 ລຽນຕິດ ຜູ້ນຳລັດເຊຍ ຮັກສາອັນດັບ 1 ໃນຕາຕະລາງຈັດອັນດັບດັ່ງກ່າວ. ວາລະສານ Forbes ໃຫ້ຮູ້ວ່າ: ບັນດາປັດໄຈຊ່ວຍໃຫ້ທ່ານ ປະທານາທິບໍດີ ລັດເຊຍ V. Putin ຮັກສາອັນດັບຫນຶ່ງ ນັ້ນແມ່ນຍ້ອນມີການປະກອບສ່ວນຂອງທ່ານໃຫ້ແກ່ການພັດທະນາປະເທດລັດເຊຍ ກໍຄືບົດບາດອັນໃຫຍ່ຫລວງຂອງປະມຸກລັດລັດເຊຍ ໃນການແກ້ໄຂບັນດາບັນຫາຢູ່ພາກພື້ນຕາເວັນອອກກາງ, ຢູແກຼນ, ສ້າງຕັ້ງສຳພັນທະມິດພາສີ. ຜູ້ຢືນອັນດັບ 2 ໃນຕາຕະລາງ ແມ່ນທ່ານປະທານາທິບໍດີ ອາເມລິກາ B. Obama, ອັນດັບ 3 ແມ່ນ ທ່ານປະທານປະເທດຈີນ ສີຈິ້ນຜິງ. ອັນດັບ 4 ແລະ 5 ແມ່ນ ສັນຕະປາປາ Francis ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merken.
TAG
vovworld/ຜົນສະທ້ອນ
Related
More




