ພາລະກອນປ້ອງກັນຄວາມສະຫງົບຂອງກຳປູເຈຍ10.000ຄົນໄດ້ຮັບການຜັນຂະຫຍາຍໃນໂອກາດງານບຸນນ້ຳ
29/10/2014 10:22
(vovworld)-ວັນທີ 28/10, ເຈົ້າຄອງນະຄອນ ພະນົມເປັນ ປະເທດກຳປູເຈຍ ທ່ານ Pa Socheatevong ໃຫ້ຮູ້ວ່າ: ມີພາລະກອນປ້ອງກັນຄວາມສະຫງົບປະມານ

ບຸນຊ່ວງເຮືອຢູ່ ກຳປູເຈຍ ພາບ: phuongnamstar.net (vovworld)-ວັນທີ 28/10, ເຈົ້າຄອງນະຄອນ ພະນົມເປັນ ປະເທດກຳປູເຈຍ ທ່ານ Pa Socheatevong ໃຫ້ຮູ້ວ່າ: ມີພາລະກອນປ້ອງກັນຄວາມສະຫງົບປະມານ 10.000 ຄົນ ຈະໄດ້ຮັບການຜັນຂະຫຍາຍຢູ່ນະຄອນຫລວງ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນໄລຍະດຳເນີນງານບຸນນ້ຳ ທີ່ແກ່ຍາວໃນເວລາ 3 ວັນ ແຕ່ວັນທີ 5-7/11. ຈຳນວນພາລະກອນປ້ອງກັນຄວາມສະຫງົບດັ່ງກ່າວແມ່ນຂຶ້ນກັບກຳລັງຕຳຫລວດແຫ່ງຊາດ ແລະ ສາລະວັດທະຫານ ກຳປູເຈຍ. ທ່ານ Pa Socheatevong ກໍເນັ້ນຫນັກວ່າ ສະພານະຄອນຈະນຳໃຊ້ທຸກມາດຕະການ ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ນັກທ່ອງທ່ຽວໃນງານບຸນນ້ຳ. ງານບຸນນ້ຳ ເປັນຂີດໝາຍຈຸດເວລາປ່ຽນກະແສນ້ຳ ຂອງແມ່ນ້ຳ Tonle Sap ແມ່ນງານບຸນຈັດ ຂຶ້ນປະຈຳປີດ້ວຍຂອບຂະຫນາດໃຫຍ່ສຸດຢູ່ກຳປູເຈຍ ແລະ ຜູ້ເຂົ້າຮ່ວມງານບຸນນີ້ ສ່ວນຫລາຍແມ່ນປະຊາຊົນຢູ່ເຂດຊົນນະບົດ ພາກັນໄປເຖິງນະຄອນຫລວງ ພະນົມເປັນ ເພື່ອຮັບຊົມບຸນຊ່ວງເຮືອ.
TAG
vovworld/ຄວາມເປັນລະບຽບຮຽບຮ້ອຍ
Related
More







