ພາຍ​ຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 4 ອາ​ທິດ, ກອງ​ປະ​ຊຸມ​ສຳຫຼວດກວດຄືນສົນ​ທິ​ສັນ​ຍາບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ​ຄັ້ງ​ທີ 11 (NPT RevCon 11) ໄດ້​ອັດ​ລົງ​ໃນ​ວັນ​ທີ 23 ພຶດ​ສະ​ພາ, ຢູ່​ສຳ​ນ​ັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ທີ່ ນິວຢອກ, ອາ​ເມ​ລິ​ກາ, ແຕ່ບໍ່​ບັນ​ລ​ຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວກ​ັບ​ເອ​ກະ​ສານ​ໝາກ​ຜົນສຸດ​ທ້າຍ.

ນີ້​ແມ່ນ​ເທື່ອ​ທີ 3 ​ຕິດຕໍ່ກັນທີ່ກອງ​ປ​ະ​ຊຸມ NPT RevCon ບໍ່​ສາ​ມາດ​ຮັບ​ຮອງ​ເອົ​າ​ເອ​ກະ​ສານສຸດ​ທ້າຍ​ ຍ້ອນ​ຄວາມ​ແຕກຕ່າງ​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ​ຈຳ​ນວນ​ໜຶ່ງ.

ກ່າວ​ຄຳ​ເຫັນ​ໃນ​ຖາ​ນະ​ເປັນ​ປະ​ທານກອງ​ປະ​ຊຸມ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ້​ຮຸ່ງ​ຫວຽດ, ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ເນັ້​ນ​ໜັກ​ວ່າ ເຖິງວ່າບໍ່​ມີ​ເອ​ກະ​ສານ​ເຫັນ​ດີເຫັນພ້ອມ, ແຕ່​ທຸກ​ປະ​ເທດ​ສະ​ມາ​ຊິກກໍ່​ສືບ​ຕໍ່​ແບ່ງ​ປັນ​ເປົ້າ​ໝາຍ​ລວມ​ກ່ຽວ​ກັບ​ໂລກທີ່ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ, ມາ​ນະ​ພະ​ຍາ​ຍາມ​ສົນທະນາເຈ​ລະ​ຈາ​ໃນ​ສະ​ພາບ​ການ​ໂລກ​ທີ່​ຂາດ​ສ​ະ​ຖຽນ​ລະ​ພາບ, ກະ​ແຈກ​ກະ​ຈາຍ ແລະ ຂາດ​ຄວາມ​ໄວ້​ເນື້ອ​ເຊື​່ອ​ໃຈ.