ຄຳ​ກ່າ​ວ​ປາ​ໄສ​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ ​ທ່ານ Friedrich Merz, ນາຍົກລັດຖະມົນຕີ ເຢຍ​ລະ​ມັນ, ສະ​ເໜີ​ມອບລະ​ບຽບ​ຂໍ້​ກຳ​ນົດ “ສະ​ມາ​ຊິກ​ຮ່ວມ​ສຳ​ພັນ” ​ໃຫ້ ກີ​ແອັບ ໃນ​ໄລ​ຍະ​ລໍ​ຖ້າ​ເຮັດສຳເລັດຂັ້ນຕອນການເຂົ້າເປັນສະມາຊິກ ອີຢູ. ຕາມນັ້ນແລ້ວ, ລະ​ບຽບ​ຂໍ້​ກຳ​ນົດສະມາຊິກ​ຮ່ວມ​ສຳ​ພັນ​ຈະ​ອະ​ນຸ​ຍາດ​ໃຫ້ ຢູ​ແກຼນ ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ ແລະ ມີ​ຜູ້​ຕາງ​ໜ້າ​ໃນ​ຄະ​ນະ​ກຳ​ມະ​ການ​ ເອີ​ລົບ, ພ້ອມ​ກັນ​ນັ້ນ ກໍ່ໄດ້​​ຊົມ​ໃຊ້​ສ່ວນ​ໜຶ່ງ​ໃນ​ງົບ​ປະ​ມານ​ຂອງ ອີ​ຢູ, ແຕ່ບໍ່​ມີ​ສິດ​ຢ່າງ​ຄົບ​ຖ້ວນໃນການ​ລົງ​ຄະ​ແນນ​ສຽງ.