ຕອນຄ່ຳວັນທີ 23 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ກອງທຶນໜູນຊ່ວຍຜູ້ຖືກມະເຮັງ “ມື້ອື່ນທີ່ສົດໃສກວ່າ” (ຂຶ້ນກັບກະຊວງສາທາລະນະສຸກ ຫວຽດນາມ) ຈັດລາຍການພົບປະແລກປ່ຽນສີລະປະເພື່ອສ້າງກອງທຶນໜູນຊ່ວຍຜູ້ທຸກຍາກທີ່ເປັນພະຍາດມະເຮັງ.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ, ທ່ານ ນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ປະຈຸບັນ ຍັງມີຜູ້ເປັນພະຍາດມະເຮັງທີ່ທຸກຍາກເປັນຈຳນວນຫຼາຍ, ໃນນັ້ນ ມີເດັກນ້ອຍທີ່ພວມຕ້ອງການໄດ້ຮັບການໜູນຊ່ວຍການປິ່ນປົວເພື່ອມີຊີວິດຢູ່ຕໍ່. ທ່ານກໍ່ໍ່ຮຽກຮ້ອງໃຫ້ບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ, ປະຊາຄົມ ສືບຕໍ່ຮ່ວມແຮງຮ່ວມໃຈເພື່ອໃຫ້ຄົນເຈັບທຸກຄົນ, ໂດຍສະເພາະແມ່ນຄົນເຈັບເດັກ, ລ້ວນແຕ່ມີສິດມີຄວາມຫວັງເພື່ອອະນາຄົດທີ່ສົດໃສກວ່າ.
ທີ່ລາຍການ, ມີຫຼາຍວິສາຫະກິດ, ອົງການ, ຜູ້ໃຈບຸນໃຈກຸສົນໄດ້ຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນດ້ວຍເງິນສົດ, ຢຸກຢາ, ອຸປະກອນການແພດ ລວມມູນຄ່າເກືອບ 2.240 ຕື້ດົ່ງ.








