ສະຫະປະຊາຊາດຮຽກຮ້ອງປະເທດຕ່າງໆປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຢ່າງຮີບດ່ວນ
22/04/2016 07:12
ວັນທີ 21/4, ກ່ອນທີ່ດຳເນີນພິທີເຊັນສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ສຳນັກງານ ສປຊ ປະຈຳ ນິວຢອກ ໜຶ່ງວັນ, ສະມັດຊາໃຫຍ່ ສປຊ...

ທ່ານ Mogens Lykketift, ປະທານສະມັດຊາໃຫຍ່ ສປຊ (vovworld) – ວັນທີ 21/4, ກ່ອນທີ່ດຳເນີນພິທີເຊັນສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ສຳນັກງານ ສປຊ ປະຈຳ ນິວຢອກ ໜຶ່ງວັນ, ສະມັດຊາໃຫຍ່ ສປຊ ໄດ້ຈັດຕັ້ງວາລະປຶກສາຫາລືຂັ້ນສູງກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). ໃນບົດກ່າວປາໄສໄຂທີ່ວາລະປຶກສາຫາລືດ້ວຍຫົວຂໍ້ວ່າ “ເຄື່ອນໄຫວຢູ່ທຸກຂັ້ນ: ການປະຕິບັດຂອງບັນດາປະເທດ”, ທ່ານ Mogens Lykketift, ປະທານສະມັດຊາໃຫຍ່ ສປຊ ຮຽກຮ້ອງປະຊາຄົມໂລກເລືອກເຟັ້ນລະຫວ່າງຝ່າຍໜຶ່ງແມ່ນການເຄື່ອນໄຫວເພື່ອໂຄງການພັດທະນາແບບຍືນຍົງ ເພື່ອເລີ່ມປະຕິບັດວິວັດທະນາການຫັນປ່ຽນ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນທຸກຄົນ ແລະ ຝ່າຍນໜຶ່ງແມ່ນບໍ່ກະທຳ ແລະ ປະໄວ້ຜົນຮ້າຍຢ້ອນຫຼັງເພື່ອໃຫ້ລຸ້ນຫຼັງຕ້ອງແບກຫາບ. ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ສະໜອງໃຫ້ກອງປະຊຸມບັນດາຂໍ້ມູນຂ່າວກ່ຽວກັບເລື່ອງ ຫວຽດນາມ ໄດ້ເລີ່ມວິວັດທະນາການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຄືແນວໃດ. ຕາມທ່ານນາງ ຫງວຽນເຟືອງງາ ແລ້ວ, ບັນດາຜົນງານຂອງ ຫວຽດນາມ ໃນວິວັດທະນາການປະຕິບັດບັນດາເປົ້າໝາຍສະຫັດສະວັດໄດ້ສ້າງປະຖົມປັດໄຈເພື່ອໃຫ້ ຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
TAG
vovworld/ພັດທະນາ
Related
More





