VOV WorldVOV World
ສະພາ​ແຫ່ງ​ຊາດ​ປຶກສາ​ກ່ຽວ​ກັບ ​​ແຜນຮ່າງສື​ບຕໍ່ ປ່ຽນ​ໃໝ່ການເຄື່ອນໄຫວ
04/06/2012 08:19
ສະພາ​ແຫ່ງ​ຊາດ​ປຶກສາ​ກ່ຽວ​ກັບ​​ແຜນຮ່າງສື​ບຕໍ່ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ
ສະພາ​ແຫ່ງ​ຊາດ​ປຶກສາ​ກ່ຽວ​ກັບ ​​ແຜນຮ່າງສື​ບຕໍ່ ປ່ຽນ​ໃໝ່ການເຄື່ອນໄຫວ
ທ່ານ​ນາງ Le Thi Nga ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Thai Nguyen (ພາບ: tinmoi.vn) (vovworld)- ​ຕອນ​ເຊົ້າວັນ​ທີ 4/6, ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບແຜນຮ່າງສື​ບຕໍ່ປ່ຽນ​ ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ບັນ​ດາ​ຄຳ​ເຫັນ​ລ້ວນ​ແຕ່​ເຫັນ​ດີ​ກັບ​ເລື່ອງ​ສ້າງ ແຜນຮ່າງສື​ບຕໍ່ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອນ​ແນ​ໃສ່​ຕອບ​ສະໜອງ​ຄວາ​ມຮຽກຮ້ອງ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ ສັງຄົມ​ນິຍົມ​ຫວຽດນາມ ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ, ຮັບປະກັນ​ໃຫ້​ສະພາ​ແຫ່ງ​ຊາດ​ແມ່ນ​ອົງການ​ຕາງໜ້າ​ສູງ​ສຸດ​ຂອງ​ປະຊາຊົນ, ອົງການ​ມີສິດ​ອຳນາດ​ສູງ​ສຸດ​ຂອງ​ລັດ​ຢ່າງ​ແທ້​ຈິງ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເນັ້ນໜັກ​ວ່າ: ຕ້ອງ​ເພີ່ມ​ທະວີ​ການ​ເຄື​ອ່ນ​ໄຫວ​ຊັກ​ຖາມ​ໃນ​ວາລະ​ປະຊຸມ​ຂອງ​ຄະນະ​ປະຈຳ​ສະພາ ​ແຫ່ງ​ຊາດ. ສຳລັບ​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຄຳ​ເຫັນ​ສ່ວນ​ຫຼາຍ​ຖື​ວ່າ: ຕ້ອງ​ຈັດຕັ້ງຫຼາຍ​ຮູບ​ການພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຄື: ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຫົວໜ່ວຍ​ເລືອກ​ຕັ້ງ, ຢູ່​ບ່ອນ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ, ບ່ອນ​ເຮັດ​ວຽກ, ພົບ​ປະ​ຕາມ​ຫົວ​ເລື່ອງ​ສະ​ເພາະ, ຂົງເຂດ, ​ເປົ້າໝາຍ, ຢູ່​ບໍລິ​ເວນ​ທີ່​ສະມາຊິກ​ສະພາ​ແຫ່ງ​ຊາດ​ມີ​ຄວາມ​ເອົາ​ໃຈ​ໃສ່…. ທ່ານ​ນາງ Le Thi Nga ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Thai Nguyen ມີ​ຄຳ​ເຫັນ​ວ່າ: “
TAG
ປ່ຽນໃໝ່/ການເຄືອ່ນໄຫວຂອງສະພາແຫ່ງຊາດ

More