ສະພາບການ ຜັນຂະຫຍາຍ ແລະ ໝາກຜົນແຫ່ງການ ປະຕິບັດໂຄງການ 30a
18/02/2012 10:44
ສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ໄດ້ຕິດຕາມກວດກາສະພາບການຜັນຂະຫຍາຍ ແລະ ໝາກຜົນແຫ່ງການປະຕິບັດໂຄງການ 30a

ໂຄງການ 30a ຊ່ວຍປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ ພາບ:baocaobang.vn ( vovworld ) –ໂດຍປະຕິບັດຕາມແຜນການຕິດຕາມກວດກາປີ 2012, ສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ໄດ້ສ້າງຕັ້ງ 6 ຄະນະລົງຕິດຕາມກວດກາສະພາບການຜັນຂະຫຍາຍ ແລະ ໝາກຜົນແຫ່ງການປະຕິບັດໂຄງການໜູນຊ່ວຍການຫລຸດຜ່ອນຄວາມທຸກຍາກຢ່າງໄວວາ ແລະ ໝັ້ນຄົງ ສຳລັບ 62 ເມືອງທຸກຍາກ ຕາມມະຕິ 30a ຂອງລັດຖະບານ ຫລືເອີ້ນຫຍໍ້ວ່າ ໂຄງການ 30a. ວັນທີ 17/2, ຄະນະຕິດຕາມກວດກາຂອງສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ນຳໂດຍທ່ານ ກຊໍເຟືອກ, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ນຳໜ້າ ໄດ້ລົງຕິດຕາມກວດກາໂຄງການ 30a ຢູ່ເມືອງເມື່ອງເຄືອງ, ແຂວງລາວກາຍ. ພາຍຫຼັງໄດ້ປະຕິບັດມາເປັນເວລາ 3 ປີ, ເມືອງເມື່ອງເຄືອງ, ແຂວງລາວກາຍ ໄດ້ຮັບການໜູນຊ່ວຍຈາກສູນກາງ ແລະ ບັນດາວິສາຫະກິດ ດ້ວຍຈຳນວນເງິນກ່ວາ 300 ຕື້ດົ່ງເພື່ອກໍ່ສ້າງພື້ນຖານໂຄງລ່າງ, ບັນດາກິດຈະກຳສະຫວັດດີການສັງຄົມ, ບຳລຸງສ້າງວິຊາຊີບ….ປະກອບສ່ວນປ່ຽນແປງໂສມໜ້າຂອງເຂດຊົນນະບົດເຂດພູດອຍເມື່ອງເຄືອງ ກໍຄືຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງເມືອງ. ຕີລາຄາກ່ຽວກັບໝາກຜົນຂອງການປະຕິບັດ, ທ່ານປະທານສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ກຊໍເຟືອກ ເວົ້າວ່າ: “
TAG
ໂຄງການ 30a
Related
More





