ສະພາແຫ່ງຊາດຮັບຟັງລາຍງານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2013
22/10/2013 11:42
(vovworld) - ໃນບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2013 ຕໍ່ສະພາແຫ່ງຊາດໃນຕອນເຊົ້າວັນທີ 22/10...

ພາບປະກອບ (vovworld) - ໃນບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2013 ຕໍ່ສະພາແຫ່ງຊາດໃນຕອນເຊົ້າວັນທີ 22/10, ຫົວໜ້າອົງການກວດກາລັດຖະບານ ທ່ານ ຮິ່ງຟອງແຈງ ຊີ້ແຈງວ່າ: ໃນປີ 2013, ອົງການກວດກາແຫ່ງລັດໄດ້ພົບເຫັນ 80 ກໍລະນີ, 90 ຄົນມີການກະທຳກ່ຽວຂ້ອງເຖິງການສໍ້ລາດບັງຫຼວງດ້ວຍຈຳນວນເງິນ 117,5 ຕື້ດົ່ງ, ເກັບມາໄດ້ 59 ຕື້ດົ່ງ. ເຖິງວ່າມີບາງກໍລະນີສໍ້ລາດບັງຫຼວງທີ່ຮ້າຍແຮງ, ສັບສົນ ໄດ້ຮັບຄວາມສົນໃຈຈາກຫາງສຽງສັງຄົມໄດ້ຮັບການພິພາກສາຢ່າງທັນການແລ້ວກໍ່ຕາມ, ແຕ່ວຽກງານຄົ້ນພົບ ແລະ ແກ້ໄຂການກະທຳສໍ້ລາດບັງຫຼວງໃນປີ 2013 ຍັງຖືກຈຳກັດຫຼາຍຢ່າງ. ເມື່ອກວດກາບົດລາຍງານນີ້, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ທ່ານ ຫງວຽນວັນຮ້ຽນ ເນັ້ນໜັກວ່າ ປະສິດທິຜົນແຫ່ງການເຄື່ອນໄຫວຂອງບັນດາຫົວໜ່ວຍສະເພາະກິດກ່ຽວກັບການຕ້ານສໍ້ລາດບັງຫຼວງ ຍັງບໍ່ທັນຕອບສະໜອງຄວາມຮຽກຮ້ອງຕ້ອງການ. ບາງມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຍັງຜັນຂະຫຍາຍຢ່າງຊັກຊ້າ ຫຼື ບໍ່ບັນລຸປະສິດທິຜົນສູງ. ເພື່ອໃຫ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງມີປະສິດທິຜົນກ່ວາອີກ, ທ່ານ ດິງຊວນຖາວ, ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຖືວ່າ:
TAG
vovworld/vov/ສໍ້ລາດບັງຫຼວງ
Related
More







