VOV WorldVOV World
ຊີຣີ ປະກາດ ຍິງເຮືອບິນບໍ່ມີຄົນຂັບຕົກ 02 ລໍາ
22/09/2019 09:48
(VOVWORLD) -ກໍາລັງປ້ອງກັນອາກາດປະເທດຊີຣີ ໄດ້ ຍິງເຮືອບິນບໍ່ມີຄົນຂັບລໍາໜ່ຶງຕົກຢູ່ທາງພາກໃຕ້ແຂວງ Quneitra.
ຊີຣີ ປະກາດ ຍິງເຮືອບິນບໍ່ມີຄົນຂັບຕົກ 02 ລໍາ
        ສໍານັກຂ່າວສານ SANA ຂອງ ຊີຣີ ໃນວັນທີ 21 ກັນຍາ ໃຫ້ຮູ້ວ່າ ກໍາລັງປ້ອງກັນອາກາດປະເທດນີ້ ໄດ້ຍິງເຮືອບິນບໍ່ມີຄົນຂັບລໍາໜ່ຶງຕົກຢູ່ທາງພາກໃຕ້ແຂວງ Quneitra. ນີ້ແມ່່ນເຫດການຍິງເຮືອບິນບໍ່ມີຄົນຂັບຕົກລໍາທີ 2 ຢູ່ເຂດນີ້ ໃນຮອບເວລາ 48 ຊົ່ວໂມງຜ່ານມາ.         ເຮືອບິນບໍ່ມີຄົນຂັບ ຖືກຍິງຕົກຢູ່ເຂດຊົນນະບົດແຂວງ Quneitra, ທາງທິດຕາເວັນຕົກສ່ຽງໃຕ້ ຂອງນະຄອນຫຼວງ Damascus. ເຮືອບິນໄດ້ບັນຈຸລະເບີດ ແລະ ທາດລະເບີດ C4.  ແລະ ກ່ອນໜ້ານັ້ນວັນທີ 19 ກັນຍາ, ກໍາລັງປ້ອງກັນອາກາດ ຊີຣີ ກໍໄດ້ຍິງເຮືອບິນບໍ່ມີຄົນຂັບຕົກ ລໍາໜຶ່ງຢູ່ບ້ານ Aqraba, ທາງທິດຕາເວັນອອກສ່ຽງໃຕ້ຂອງ Damascus. ປັດຈຸບັນ, ຍັງບໍ່ທັນກໍານົດໄດ້ວ່າ ເຮືອບິນ 2 ລໍາດັ່ງກ່າວແມ່ນບິນມາຈາກໃສ.
TAG
VOV/VOVworld/ຊີຣີ/ເຮືອບິນບໍ່ມີຄົນຂັບ

More