ສປປ ເກົາຫຼີ ແມ່ນບັນຫາຈຸດສຸມໃນການຢ້ຽມຢາມຈີນຂອງທ່ານນາຍົກລັດຖະມົນຕີສ.ເກົາຫຼີ
27/06/2016 06:54
ວັນທີ 26/6, ທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Hwang Kyo – ahn ໄປຍັງ ຈີນ ເພື່ອປຶກສາຫາລືກັບການນຳປະເທດເຈົ້າພາບກ່ຽວກັບບັນດາບັນຫາ ສປປ ເກົາຫລີ ກໍ່ຄືບັນດາບັນຫາ 2 ຝ່າຍ.

ທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Hwang Kyo – ahn
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) – ວັນທີ 26/6, ທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ Hwang Kyo – ahn ໄປຍັງ ຈີນ ເພື່ອປຶກສາຫາລືກັບການນຳປະເທດເຈົ້າພາບກ່ຽວກັບບັນດາບັນຫາ ສປປ ເກົາຫລີ ກໍ່ຄືບັນດາບັນຫາ 2 ຝ່າຍ. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສ ເກົາຫຼີ ໃຫ້ຮູ້ວ່າ: ໃນການຢ້ຽມຢາມ ເປັນເວລາ 5 ວັນນີ້. ທ່ານນາຍົກລັດຖະມົນຕີ Hwang Kyo – ahn ຈະເຂົ້າຮ່ວມເວທີປາໄສ Davos ລະດູແລ້ງ ປີ 2016 ຢູ່ປະເທດ ຈີນ. ໃນວັນທີ 27/6, ທ່ານນາຍົກລັດຖະມົນຕີ Hwang Kyo – ahn ພົບປະກັບທ່ານປະທານປະເທດ ຈີນ ສືຈີ້ນຜິງ ແລະ ຄູ່ຕຳແໜ່ງ ຫຼີເຄີຊຽນ ຢູ່ປັກກິ່ງ ເພື່ອປຶກສາຫາລືກ່ຽວກັບເຫດຍິງທົດລອງ ລູກສອນໄຟ Musdan ຫວ່າງມໍ່ໆມານີ້ຂອງ ສປປ ເກົາຫຼີ. ຄາດວ່າ, ທ່ານນາຍົກລັດຖະມົນຕີ Hwang Kyo – ahn ຈະຮຽກຮ້ອງໃຫ້ 2 ຝ່າຍເພີ່ມທະວີການສົມທົບກັນໃນການຮັບມືກັບບັນດາການກະທຳຂອງ ສປປ ເກົາຫຼີ. ທ່ານນາຍົກລັດຖະມົນຕີ Hwang Kyo – ahn ກໍ່ຄາດວ່າຈະແຈ້ງໃຫ້ຊາບບັນດາຄວາມວິຕົກວັງວົນນັບມື້ນັບເພີ່ມຂຶ້ນຂອງ ເຊີອູນ ກ່ຽວກັບບັນດາການເຄື່ອນໄຫວຫາປາຜິດກົດໝາຍຂອງກຳ່ປັ່ນຫາປາຂອງ ຈີນ ຢູ່ເຂດຊາຍແດນທາງທະເລລະຫວ່າງ ສ. ເກົາຫຼີ ແລະ ສປປ ເກົາຫຼີ.
Tag: