VOV WorldVOV World
ສປປ. ເກົາຫຼີ ຢາກເຈລະຈາກັບ ລັດເຊຍ ຜ່ານທາງສະພາແຫ່ງຊາດ ຢ່າງເປັນປະຈໍາ
23/10/2019 09:15
(VOVWORLD) - ກ່າວຄໍາເຫັນທີ່ການພົບປະກັບທ່ານປະທານສະພາຕໍ່າລັດເຊຍ Vyacheslav Volodin ໃນວັນທີ 23 ຕຸລາ, ທ່ານ Pak Thae – song ປະທານສະພາແຫ່ງຊາດ ສປປ.ເກົາຫຼີ ຖະແຫຼງວ່າ ພຽງຢາງ ຢາກເຈລະຈາ ກັບ ລັດເຊຍ ຢ່າງເປັນປະຈໍາຜ່ານທາງສະພາແຫ່ງຊາດຍັດ.
ສປປ. ເກົາຫຼີ ຢາກເຈລະຈາກັບ ລັດເຊຍ  ຜ່ານທາງສະພາແຫ່ງຊາດ ຢ່າງເປັນປະຈໍາ
      ນອກຈາກນັ້ນ, ທ່ານ Pak Thae – song ກໍສະເໜີສ້າງທ່ວງທ່າຊຸກຍູ້ໃໝ່ໃຫ້ແກ່ເຄື່ອນໄຫວລະຫວ່າງຄະນະກໍາມະການລະຫວ່າງລັດຖະບານ ລັດເຊຍ - ສປປ.ເກົາຫຼີ ກ່ຽວກັບການຮ່ວມມືໃນຂົງເຂດເສດຖະກິດ, ວິທະຍາສາດ ແລະ ເຕັກນິກເພື່ອໃຫ້ອົງການນິຕິບັນຍັດສອງປະເທດ ສາມາດສ້າງພື້ນຖານດ້ານນິຕິກໍາ ເພື່ອແນໃສ່ເພີ່ມທະວີການຄ້າສອງຝ່າຍ.
TAG
VOV/VOVworld/ລັດເຊຍ/ສປປ. ເກົາຫຼີ/ລັດເຊຍ

More