ສືບຕໍ່ຍົກສູງຄວາມຮັບຮູ້,ຄວາມຮັບຜິດຊອບສຳລັບວຽກງານຫລຸດຜ່ອນຄວາມທຸກຍາກ
08/05/2015 09:53
(vovworld)- ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ຄວນສືບຕໍ່ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບສຳລັບວຽກງານຫລຸດຜ່ອນຄວາມທຸກຍາກ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງກ່າວຄຳເຫັນ ທີ່ກອງປະຊຸມ ພາບ:ptnnew.com (vovworld)- ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ຄວນສືບຕໍ່ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບສຳລັບວຽກງານຫລຸດຜ່ອນຄວາມທຸກຍາກ ນັ້ນແມ່ນຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ທີ່ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດ ສະຫລຸບ 6 ປີແຫ່ງການປະຕິບັດມະຕິ 30 a ຂອງລັດຖະບານກ່ຽວກັບໂຄງການຫນູນຊ່ວຍຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງ ສຳລັບບັນດາເມືອງທຸກຍາກຊື່ງດຳເນີນໄປໃນຕອນເຊົ້າວັນທີ 8/5 ຢູ່ ຮ່າໂນ້ຍ. ຕາມບົດລາຍງານທີ່ກອງປະຊຸມ, ໃນ 6 ປີແຫ່ງການປະຕິບັດ, ງົບປະມານແຫ່ງລັດໄດ້ຫນູນຊ່ວຍບັນດາເມືອງທຸກຍາກຕາມໂຄງການ 30 a ແມ່ນ 22.000 ຕື້ດົງ. ສະເລ່ຍແຕ່ລະເມືອງທຸກຍາກໄດ້ຮັບເງິນຫນູນຊ່ວຍ 35-40 ຕື້ດົງ/ປີ. ໝາກຜົນການປະຕິບັດຈຸດໝາຍຫລຸດຜ່ອນຄວາມທຸກຍາກໄລຍະ 2011-2014, ຈຳນວນຄອບຄົວທຸກຍາກຢູ່ 64 ເມືອງທຸກຍາກໄດ້ຫລຸດລົງເກືອບ 38%. ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນ: ຍາມໃດລັດຖະບານກໍຖືວຽກງານຫລຸດຜ່ອນຄວາມທຸກຍາກເປັນສຳຄັນ, ພິເສດ ການຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ, ໝັ້ນຄົງສຳລັບບັນດາເມືອງທຸກຍາກ ແມ່ນຫນ້າທີ່ຈຸດສຸມ.
TAG
vovworld/ຫລຸດຜ່ອນຄວາມທຸກຍາກ
Related
More






