ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ແລະ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 22 ຕຸ​ລາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ຄະ​ນະ​ຜູ້​ແທນ ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ​ກັບ​ການ​ນຳ​ວິ​ສາ​ຫະ​ກິດ​ດີ​ເດັ່ນ ເອີ​ລົບ ແລະ ແບນ​ຊິກ.

ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ເໝາະ​ສົມ ເພື່ອວາງ​ອອກ​ຄຳ​ຮຽກ​ຮ້ອງທີ່​ສູງ​ກ່​ວາ ໃຫ້​ແກ່​ກາ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ-ເອີ​ລົບ​, ຫວຽດ​ນາມ-ແບນ​ຊິກ: ບໍ່​ພຽງ​ແຕ່​ເປີດ​ກ້​ວາງ​ການ​ຄ້າ ແລະ ການ​ລົງ​ທຶນ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮ່ວມ​ມື, ມາດ​ຖານ​ການ​ພັດ​ທະ​ນາ, ຄວາມ​ສາ​ມາດ​ແກ່ງ​ແຍ້ງ ອີກ​ດ້ວຍ. ຫວຽດ​ນາມ ປາດ​ຖະ​ໜາຢາກ​ໃຫ້​ສອງ​ຝ່າຍ ​ສືບ​ຕໍ່​ຂຸດ​ຄົ້ນ​ບັນ​ດາ​ທ່າ​ໄດ້​ປຽບ​ຈາກ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ-ອີ​ຢູ (EVFTA) ຢ່າງ​ມີ​ປະ​ສິດ​ທິ​ຜົນ ພ້ອມ​ທັງ​ຊຸກ​ຍູ້​ການ​​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ-ອີ​ຢູ (EVIPA) ສຳ​ເລັດ, ສ້າງ​ພື້ນ​ຖານ​ນິດ​ຕິ​ກຳ​ທີ່​ສະ​ດວກ​ກ່​ວາ​ ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລົງ​ທຶນ​ໄລ​ຍະ​ຍາວ, ເປັນ​ປົກ​ກະ​ຕິ ແລະ ຍືນ​ຍົງ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ສຸມ​ໃສ່ 3 ທິດທາງ​ການ​ຮ່ວມ​ມື​ໃຫຍ່: ທີ​ໜຶ່ງ, ການ​ຮ່ວມ​ມື​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, logistics, ທ່າ​ກຳ​ປັ່ນ​ທະ​ເລ, ພະ​ລັງ​ງານ​ສະ​ອາດ ແລະ ເສດ​ຖ​ະ​ກິດ​ໝູນ​ວຽ​ນ. ທີສອງ, ພ້ອມ​ກັນ​ຊຸກ​ຍູ້​ເຕັກ​ໂນ​ໂລ​ຊີ​ສູງ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ, ເຄິ່ງ​ຊັກ​ນ​ຳ​ໄຟ​ຟ້າ, ສາ​ທາ​ລະ​ນະ​ສຸກ, ການ​ຢາ​, ເຕັກ​ໂນ​ໂລ​ຊີ​ຊີ​ວະ​ສາດ ແລະ​ ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ. ທີ​ສາມ, ພ້ອມ​ກັນ​ຍົກ​ລ​ະ​ດັບ​ກ​ານ​ຄ້າ​ຂຶ້ນ​ເປັນ​ລະ​ບົບ​ມູນ​ຄ່າ​ທີ່​ມີ​ມາດ​ຖານ​ສູງ, ຍືນ​ຍົງ​ ແລະ​ ມີ​ຄວາມ​ຮັບ​ຜິດ​ຊອບ. ສັນ​ຍາ EVFTA ໄດ້​ຊ່ວຍ​ໃຫ້​ສິນ​ຄ້າ​ສອງ​ຝ່າຍ​ເຂົ້າ​ເຖິງ​ຕະຫຼາດ​ຢ່າງ​ສະ​ດ​ວກກວ່າ. ແຕ່​ໄລ​ຍະ​ຕໍ່​ໄປ​ຕ້ອງ​ໄດ້​ຮັບ​ການ​ຊ່​ວຍ​ເຫຼືອ​ທຶນ, ເຕັກ​ໂນ​ໂລ​ຊີ, ວິ​ສາ​ຫ​ະ​ກິດ, ມາດ​ຕະ​ຖານ ແລະ ລະ​ບົບ​ສະ​ໜອງ​ສອງຝ່າຍ​ຕິດ​ພັນ​ກັນ​ຢ່າງ​ເລິກ​ເຊິ່ງກວ່າອີກ.