ທ່ານຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະຜູ້ແທນນັກທຸລະກິດດີເດັ່ນຫວຽດນາມ
05/10/2014 09:41
(vovworld)- ທີ່ການຕ້ອນຮັບຄະນະຜູ້ແທນນັກທຸລະກິດດີເດັ່ນຂອງສະໂມສອນບັນດານັກອຸດສາຫະກຳການຄ້າຫວຽດນາມ

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ພົບປະກັບນັກທຸລະກິດດີເດັ່ນ ພາບ:TTXVN (vovworld)- ທີ່ການຕ້ອນຮັບຄະນະຜູ້ແທນນັກທຸລະກິດດີເດັ່ນຂອງສະໂມສອນບັນດານັກອຸດສາຫະກຳການຄ້າຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ຕີລາຄາສູງບັນດານັກທຸລະກິດດີເດັ່ນຂອງສະໂມສອນດັ່ງກ່າວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອສືບຕໍ່ຮັກສາ, ເປີດກວ້າງການຜະລິດດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະຕິບັດໂຄງການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ການກຸສົນ, ມະນຸດສະທຳເປັນຢ່າງດີ ແລະ ແກ້ໄຂວຽກງານທຳໃຫ້ແກ່ຄົນງານນັບໝື່ນໆຄົນ. ທ່ານຮອງປະທານສະພາແຫ່ງຊາດໃສ່ໃຈວ່າ: ບັນດາວິສາຫະກິດ, ນັກທຸລະກິດຫວຽດນາມ ຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງ ເພື່ອກຳແຫນ້ນສະພາບການຂອງຕະຫລາດ, ສ້າງໂຄງປະກອບວິສາຫະກິດຄືນໃຫມ່, ຍົກສູງກຳລັງຄວາມສາມາດ, ຮູບແບບຄຸ້ມຄອງ, ຍົກສູງຄຸນນະພາບຜະລິດຕະພັນ, ຮັກສາອິດທິພົນຊື່ສຽງໃນການດຳເນີນທຸລະກິດ.
TAG
vovworld/ທຸລະກິດ
Related
More





