ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມຂັ້ນສູງກ່ຽວກັບຮູບແບບການພັດທະນາຊົນນະບົດໃຫມ່
27/09/2015 08:45
vovworld)- ຕອນບ່າຍວັນທີ 26/9 ຕາມເວລາ ນິວຢອກ, ກອງປະຊຸມຂັ້ນສູງກ່ຽວກັບຮູບແບບການພັດທະນາຊົນນະບົດໃຫມ່ແລະປະຊາຄົມຢ່າງໝັ້ນຄົງ

ກອງປະຊຸມຂັ້ນສູງກ່ຽວກັບຮູບແບບການພັດທະນາຊົນນະບົດໃຫມ່ ພາບ:baohomnay (vovworld)- ຕອນບ່າຍວັນທີ 26/9 ຕາມເວລາ ນິວຢອກ, ກອງປະຊຸມຂັ້ນສູງກ່ຽວກັບຮູບແບບການພັດທະນາຊົນນະບົດໃຫມ່ແລະປະຊາຄົມຢ່າງໝັ້ນຄົງ ໄດ້ໄຂຂຶ້ນ. ທ່ານເລຂາທິການໃຫຍ່ ສປຊ Bankimoon, ປະທານປະເທດເຈືອງເຕີນຊາງ ແລະ ປະທານາທິບໍດີ ສເກົາຫລີ, ປະທານປະເທດລາວ, ປະທານາທິບໍດີ ເປຣູ, ປະທານາທິບໍດີ Ruanda, ຜູ້ອຳນວຍການໃຫຍ່ UNDP, ເລຂາທິການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ ຖືກເຊີນເປັນຜູ້ປາຖະກະຖາຕົ້ນຕໍທີ່ກອງປະຊຸມ. ທ່ານ ປະທານປະເທດເຈືອງເຕີນຊາງ ຖືວ່າ ໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ໄດ້ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະຫນາກ່ຽວກັບໂລກບໍ່ມີຜູ້ອຶດຫິວທຸກຍາກ. ປະທານປະເທດເຈືອງເຕີນຊາງ ຍົກໃຫ້ເຫັນບົດຮຽນຂອງຫວຽດນາມ ໃນການກໍ່ສ້າງຊົນນະບົດໃຫມ່ ແລະ ຫວຽດນາມ ພ້ອມແລ້ວແບ່ງປັນບົດຮຽນກັບບັນດາປະເທດເພື່ອພ້ອມກັນພັດທະນາກະສິກຳ, ຊົນນະບົດແບບຍືນຍົງ.
TAG
vovworld/ການພັດທະນາ
Related
More






