ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບນາຍົກລັດຖະມົນຕີນິວເຊີແລນ
16/11/2015 11:38
(vovworld)- ຕອນບ່າຍ ວັນທີ 16/11 ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບນາຍົກລັດຖະມົນຕີ ນີວເຊີແລນ John Key, ທ່ານປະທານປະເທດ ເຈືອງເຕີນຊາງ

ນາຍົກລັດຖະມົນຕີ ນີວເຊີແລນ John Key ພາບ:TTXVN (vovworld)- ຕອນບ່າຍ ວັນທີ 16/11 ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບນາຍົກລັດຖະມົນຕີ ນີວເຊີແລນ John Key, ທ່ານປະທານປະເທດ ເຈືອງເຕີນຊາງ ສະແດງຄວາມປິຕິຊົມຊື່ນກ່ຽວກັບໝາກຜົນການຮ່ວມມືລະຫວ່າງສອງປະເທດໃນຫລາຍຂົງເຂດ ແລະ ຕີລາຄາສູງການສະຫນັບສະຫນູນຂອງ ນິວເຊີແລນ ທີ່ມີຕໍ່ຫວຽດນາມ ຢູ່ບັນດາເວທີປາໄສສາກົນ, ຂອບອົກຂອບໃຈ ນິວເຊີແລນ ສະຫນັບສະຫນູນຫລັກໝັ້ນຂອງຫວຽດນາມ ກ່ຽວກັບທະເລຕາເວັນອອກ. ຕອນບ່າຍວັນດຽວກັນ, ທີ່ການພົບປະແລກປ່ຽນຄຳເຫັນກັບນາຍົກລັດຖະມົນຕີ ນິວເຊີແລນ John Key, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ເຊື່ອໝັ້ນວ່າ ການຢ້ຽມຢາມ ຈະສ້າງບັນດາກາລະໂອກາດໃຫມ່ ນຳການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ນິວເຊີແລນ ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃຫມ່ ພ້ອມທັງຢືນຢັນ: ສະພາແຫ່ງຊາດຫວຽດນາມ ສະຫນັບສະຫນູນ ແລະ ເຫັນດີຕໍ່ການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ນິວເຊີແລນ ໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ນິວເຊີແລນ John Key ໃຫ້ຮູ້ວ່າ: ສະພາແຫ່ງຊາດ ນິວເຊີແລນ ຍາມໃດກໍຖືການພົວພັນຮ່ວມມືກັບຫວຽດນາມ ເປັນສຳຄັນ ແລະ ປາດຖະຫນາຢາກເປີດກວ້າງການຮ່ວມມືລະຫວ່າງສອງປະເທດກວ່າອີກ.
TAG
vovworld/ການຮ່ວມມື
Related
More






