ວຽກງານກວດກາ,ແຍກຕົວ,ຕິດຕາມພະຍາດEbolaໃນວົງຄະນາຍາດ
21/08/2014 09:10
(vovworld)- ຕອນບ່າຍວັນທີ 20/8, ສະຖາບັນ Pasteur ນະຄອນ ໂຮ່ຈິມີນ ໄດ້ສົມທົບກັບພະແນກສາທາລະນະສຸກ ນະຄອນ ໂຮ່ຈິມີນ
ວຽກງານກະກຽມຮັບມືກັບໂລກລະບາດ Ebola photo:internet (vovworld)- ຕອນບ່າຍວັນທີ 20/8, ສະຖາບັນ Pasteur ນະຄອນ ໂຮ່ຈິມີນ ໄດ້ສົມທົບກັບພະແນກສາທາລະນະສຸກ ນະຄອນ ໂຮ່ຈິມີນ ດຳເນີນການກວດກາວຽກງານແຍກຕົວ, ຕິດຕາມສຳລັບບັນດາຜູ້ທີ່ຖືກສົງໃສຕິດພະຍາດ Ebola ໃນວົງຄະນາຍາດ. ຢູ່ສູນການແພດປ້ອງກັນ ເມືອງ ຖູດືກ ແລະ ເມືອງ 9, ສະຖາບັນ Pasteur ແລະ ພະແນກສາທາລະນະສຸກ ນະຄອນ ໄດ້ຮັບຟັງວິທີແກ້ໄຂກໍລະນີຖືກສົງໃສຕິດໄວຣັດ Ebola ຢູ່ ວົງຄະນາຍາດກໍຄືຂໍ້ສະເຫນີຂອງບັນດາພະລາກອນການແພດ. ຮອງສາດສະດາຈານ, ດຣ ຟານຈ້ອງເລີນ, ຫົວຫນ້າສະຖາບັນ Pasteur ນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ: ເປັນຄັ້ງທຳອິດ ຫວຽດນາມ ກະກຽມຮັບມືກັບໂລກລະບາດນີ້ ແຕ່ຕໍ່ຫນ້າຄວາມອັນຕະລາຍຂອງພະຍາດ Ebola, ລະບົບການແພດປ້ອງກັນຂັ້ນຮາກຖານ ມີການກະກຽມຢ່າງລອບຄອບຖີ່ຖ້ວນເພື່ອຮັບມື. ໃນຂະນະນັ້ນ ນະຄອນ ດາຫນັງ ກໍພວມຜັນຂະຫຍາຍຫລາຍມາດຕະການປ້ອງກັນ ແລະ ຕ້ານໂລກລະບາດ Ebola, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງວຽກງານຕິດຕາມກວດກາຜູ້ເຂົ້າເມືອງ.
TAG
vovworld/ສະຖາບັນ
Related
More






