ປະກາດຂໍ້ຕົກລົງກ່ຽວກັບການອະໄພຍະໂທດປີ 2026 ຂອງປະທານປະເທດ
09/04/2026 11:48
[VOVWORLD] - ຕອນບ່າຍວັນທີ 09 ເມສາ, ຢູ່ ຮ່າໂນ້ຍ, ໄດ້ຈັດການຖະແຫຼງຂ່າວປະກາດຂໍ້ຕົກລົງກ່ຽວກັບການອະໄພຍະໂທດປີ 2026 ຂອງປະທານປະເທດ.
vov5_9.4_21-_cong_bo_anh_2.jpg (ທ່ານ ເກິນດິ່ງຕ່າຍ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ຫວຽດນາມ ) ທີ່ການປະຊຸມຂ່າວ, ທ່ານ ເກິນດິ່ງຕ່າຍ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ຫວຽດນາມ ຢືນຢັນວ່າ ການອະໄພຍະໂທດແມ່ນແຜນນະໂຍບາຍໃຫຍ່, ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງນະໂຍບາຍອະໄພຍະໂທດ, ພ້ອມກັນນັ້ນກໍ່ຢືນຢັນຢ່າງຈະແຈ້ງເຖິງບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດ, ສິດທິພົນລະເມືອງຢ່າງຍຸຕິທຳ, ສະເໝີພາບ. ວັນທີ 07ເມສາ 2026, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຊັນຂໍ້ຕົກລົງເລກທີ 457 ກ່ຽວກັບການອະໄພຍະໂທດ. ຕາມຂໍ້ຕົກລົງນີ້, ຫວຽດນາມ ໄດ້ປະຕິບັດການອະໄພຍະໂທດກ່ອນກຳນົດເວລາໃຫ້ແກ່ຜູ້ຖືກຕັດສິນຈຳຄຸກທີ່ມີກຳນົດເວລາ, ຈຳຄຸກຕະຫຼອດຊີວິດ. ທີ່ການປະຊຸມຂ່າວ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງໝາກຜົນການຜັນຂະຫຍາຍຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີກ່ຽວກັບບ້ວງສິນເຊື່ອສຳລັບຜູ້ທີ່ສິ້ນສຸດການປະຕິບັດຈຳຄຸກ. ທ່ານ ເລວັນຕວຽນ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ຮູ້ວ່າ ແຕ່ເດືອນ ສິງຫາ 2023 ມາຮອດປະຈຸບັນ, ມີຜູ້ໄດ້ຮັບອະໄພຍະໂທດ, ຜູ້ສິ້ນສຸດການປະຕິບັດຈຳຄຸກເກືອບ 15.000 ຄົນ ໄດ້ຮັບການກູ້ຢຶມທຶນດ້ວຍຈຳນວນເກືອບ 1.300 ຕື້ດົ່ງ (ເກືອບ 50 ລ້ານ USD) ເພື່ອລົງທຶນດຳເນີນທຸລະກິດ, ຮັບປະກັນຊີວິດໃຫ້ເປັນປົກກະຕິ.
TAG
VOV/VOVWORLD/ອະໄພຍະໂທດ/ຕັດສິນ/ຈຳຄຸກ
Related








