ພູດ້ອຍບ່ອນຜູກພັນກັບເລື່ອງລາວ ພະມະຫາກະສັດ ເລຮວ່ານ ໄຖນາ
31/07/2019 11:25
(VOVWORLD) -ໂດຍຕັ້ງຢູ່ຄຽງຂ້າງກັບກະແສນ້ຳ ເຈົາ, ພູດ້ອຍ ດ້ວຍປູຊະນີຍະສະຖານ ວັດດ້ອຍເຊີນ, ເຊິ່ງເປັນສັນຍາລັກ ທາງດ້ານວັດທະນະທຳອັນໜຶ່ງ ຂອງເຂດດິນແດນ ຮ່ານາມ, ໄດ້ຮັບການກ່າວເຖິງ ຄືດັ່ງສະຖານທີ່ສັກກະລະບູຊາ ຂອງເຂດທົ່ງພຽງທາງພາກເໜືອ. ບໍ່ພຽງແຕ່ເປັນກິດຈະກຳ ທາງສາດສະໜາ ທີ່ມີຄວາມໂດດເດັ່ນເປັນທີໜຶ່ງ ຢູ່ ເຈິ໊ນເຊີນນາມ ໃນເມື່ອກ່ອນເທົ່ານັ້ນ, ຫາກວັດດ້ອຍເຊີນ ຍັງແມ່ນໜຶ່ງໃນບັນດາສູນກາງ ພຸດທະສາດສະໜາໃຫຍ່ທີ່ສຸດ ຂອງພາກເໜືອອີກດ້ວຍ

ວັດດ້ອຍ ໂດຍໄດ້ຮັບການຂະໜານນາມວ່າ ແມ່ນທັດສະນີຍະພາບອັນກວ້າງໃຫຍ່ໄພສານ, ມີຄວາມສວຍງາມກວ່າໝູ່ໝົດ ຢູ່ເຂດທົ່ງພຽງແມ່ນ້ຳແດງ, ວັດດ້ອຍເຊີນ, ຕັ້ງຢູ່ຕາແສງດ້ອຍເຊີນ, ເມືອງ ຢຸຍຕຽນ, ແຂວງ ຮ່ານາມ, ໄດ້ກໍ່ສ້າງໃນສະຕະວັດທີ 11, ເຊິ່ງແມ່ນສະໄໝທີ່ ພຸດທະສາສະໜາຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດ ແລະໄດ້ຮັບຖືວ່າແມ່ນສາສະໜາປະຈຳຊາດ. ພູດ້ອຍ ເປັນບ່ອນທີ່ ພະມະຫາກະສັດ ເລຮວ່ານ ເຄີຍມາລິເລີ່ມທຳການສ້າງສາພາລະກິດ ແລະໄຖນາດ້ວຍຕົນເອງ ຢູ່ທີ່ນີ້ ໃນປີ 987, ເປັນການຖາກຖາງບຸກເບີກເນື້ອທີ່ດິນ, ເຊີດຊູກິດຈະການກະສິກຳ, ກະສິກອນ ແລະຊົນນະບົດ. ໂດຍນອນໃນຂອບເຂດປ່າໄມ້ກວ້າງກວ່າສອງເຮັກຕາ, ວັດດ້ອຍເຊີນ ໄດ້ສ້າງຂຶ້ນໃນກາງສະຕະວັດທີ 11 ຢູ່ຈອມພູດ້ອຍ. ທ່ານນາງ ຟ້າມຊວັນແທັງ, ຜູ້ອຳນວຍການຫໍພິພິທະພັນ ແຂວງ ຮ່ານາມ, ໃຫ້ຮູ້ວ່າ: “ ໃນ ຊຸມ ປີ 1054 ຮອດ ປີ 1058 ພາຍ ໃຕ້ ລາ ຊະ ວົງ ລີ໊ແທ໊ງ ຕົງ , ວັດ ໄດ້ ສ້າງ ຂຶ້ນ ຢູ່ ພູ ດ້ອຍ ແຕ່ ວ່າ ວັດ ດ້ອຍ ເຊີນ ມີ ຊື່ ສຽງ ຢ່າງ ແທ້ ຈິງນັ້ນ ແມ່ນພຽງ ແຕ່ ໃນ ເວ ລາທີ່ ເຈົ້າ ຊີ ວິດ ລີ໊ເຍິນ ຕົງ ຄັ້ງ ໜຶ່ງ ໄດ້ ມາ ທ່ຽວ ຊົມ ທິວ ທັດ ທຳ ມະ ຊາດ ຢູ່ ທີ່ນີ້ ແລະ ເມື່ອ ເຫັນ ພູ ສູງ ເກິ່ງ ເດິ່ງ ຄື ແນວນັ້ນ ແຕ່ ວ່າ ຈອມ ພູ ພັດ ຮາບ ພຽງ ຈຶ່ງ ໄດ້ ປ່ຽນ ຊື່ ພູ ດ້ອຍມາ ເປັນ ລອງ ດ້ອຍ ເຊີນ ແລະ ອະ ນຸ ຍາດ ໃຫ້ ສ້າງວັດ ຂະ ໜາດ ໃຫຍ່ ໃສ່ ຈອມ ພູນີ້ ເພື່ອ ບູ ຊາ ພະ ພຸດ ທະ ເຈົ້າ ພ້ອມ ກັບ ທາດ ເຈ ດີ . ພາຍຫຼັງ ການ ເປີດ ສະ ຫຼອງ , ວັດ ແຫ່ງ ນີ ້ໄດ້ ກາຍ ເປັນ ສະ ຖານ ທີ່ ທີ່ ມີ ທິວ ທັດ ທຳ ມະ ຊາດ ສວຍສົດ ງົດ ງາມ ແລະ ກວ້າງໃຫຍ່ , ທັງ ເປັນ ບ່ອນປະທັບຊົ່ວຄາວຂອງເຈົ້ົ້ົ້າຊີວິດ ເມື່ອອອກຈາກພະ ລາຊະວັງ ໃນ ສະ ໄໝ ເຈົ້າ ຊີ ວິດ ລີ໊ . ສົມ ພໍ ເຈົ້າ ຊີ ວິດ ລີ໊ເຍິນ ຕົງ ຈຶ່ງ ເລືອກ ເອົາ ທີ່ ຕັ້ງ ແຫ່ງນີ້ ເປັນ ບ່ອນບໍ່ ພຽງ ແຕ່ ທາງ ດ້ານ ສາດ ສະ ໜາ ເພື່ອ ມາ ເຊື່ອມ ຕໍ່ ກັບ ດ້ານ ຈິດ ໃຈ ລະ ຫວ່າງ ຈັກ ກະ ວານກັບ ມະ ນຸດ ເທົ່າ ນັ້ນ ຫາກ ຍັງ ມີ ຄວາມ ໝາຍ ທາງ ດ້ານ ການ ທະ ຫານ , ດ້ານ ການ ເມືອງ ອີກ ດ້ວຍ ເມື່ອ ຢາກ ປົກ ຄອງ ເຂດ ທົ່ງ ພຽງ ອັນ ກວ້າງ ໃຫຍ່ ໄພ ສານ ທັງ ໝົດນີ້ ” ພາຍຫຼັງກໍ່ສ້າງມາໄດ້ 300 ປີ, ຮອດປີ 1407, ວັດດ້ອຍເຊີນ ແລະທາດເຈດີ ຊຸ່ງທ້ຽນຢຽນລິງ ຖືກພວກສັດຕູ ໝິງ ທຳລາຍ. ຫຼັງຈາກນັ້ນ, ບັນດາລາຊະວົງ ມາກ, ເລ ລ້ວນແຕ່ ປະຕິສັງຂອນວັດ ແລະເຮັດໃຫ້ສະຖານທີ່ແຫ່ງນີ້ ກາຍເປັນທິວທັດທຳມະຊາດ ຢູ່ໃນເຂດພູຜາປ່າໄມ້. ຕາມນັກຄົ້ນຄວ້າປະຫວັດສາດແລ້ວ, ການສ້ອມແປງ, ບູລະນະປະຕິສັງຂອນຄັ້ງໃຫຍ່ສຸດ ແມ່ນໃນສະໄໝລາຊະວົງ ຫງວຽນ (ປີ 1860), ເຊິ່ງແມ່ນປີທີ່ເຈົ້າຊີວິດ ຕຶດຶກ ຂຶ້ນຄອງລາດເປັນປີທີ 13. ພຸດທະສາສະນິກະຊົນ ແລະປະຊາຊົນ ໄດ້ບໍລິຈາກເງິນ ເພື່ອຈັດແຈງແຕ່ງໃໝ່ຫຼາຍລາຍການຢູ່ ວັດດ້ອຍເຊີນ ເປັນຕົ້ນແມ່ນ ຫ້ອງບູຊາພະພຸດທະເຈົ້າ, ຫ້ອງບູຊາ, ຫໍບູຊາບັນພະບູລຸດ, ຫໍລະຄັງ, ຜ້າແສ່ວຫ້ອຍຢູ່ຕໍ່ໜ້າຮ້ານບູຊາ. ພາຍຫຼັງປີ 1864, ພະມະຫາອາຈານ ທິກຈ໊ຽວເຈື່ອງ ບັນພະບຸລຸດຂອງຄະນະວັດ ສະໄໝທີ 5 ໄດ້ສ້ອມແປງລະບຽງຄືນໃໝ່, ໄດ້ຫຼໍ່ຮູບປັ້ນພະ ຢີລັກ (ພະກະຈາຍ) ຕື່ມອີກ, ໄດ້ຕັ້ງລະຄັງເຈຍທອງ, ລະຄັງເຈຍຫີນ. ພິເສດ, ທາງວັດໄດ້ຂະຫຍາຍຫ້ອງບູຊາທີ່ມີຂະໜາດໃຫຍ່ນ້ອຍຂຶ້ນເປັນ 125 ຫ້ອງ. ໃນຍຸກສະໄໝນີ້, ວັດດ້ອຍເຊີນ ໄດ້ກາຍເປັນໂຮງຮຽນສອນ ພຸດທະສາສະໜາ ຂອງພາກເໜືອ, ເປັນສູນກາງພຸດທະສາສະໜາໃຫຍ່ທີ່ສຸດຢູ່ພາກເໜືອ. ໜຶ່ງໃນບັນດາຂີດໝາຍ ທີ່ສ້າງເປັນຈຸດວັດທະນະທຳອັນດີງາມ ຂອງວັດດ້ອຍເຊີນ ແມ່ນສິລະປະສະຖາປັດຕະຍະກຳ ຂອງລາຊະວົງ ລີ໊. ວັດໄດ້ອອກແບບກໍ່ສ້າງຕາມແນວ ການຕົກແຕ່ງພາຍໃນຂອງຕ່າງປະເທດ, ປິ່ນໜ້າໄປທາງທິດໃຕ້. ແຕ່ຕີນ ພູ ດ້ອຍ ຂຶ້ນຂັ້ນໄດຫີນໄປຫຼາຍກວ່າ 300 ຂັ້ນ ແມ່ນປະຕູໂຂງ ຕາມກວານ ໄດ້ອອກແບບຂັ້ນເປັນ 5 ຫ້ອງ ໂຄງຫຼັງຄາກ່າຍກັນຂຶ້ນມຸງເປັນ 8 ຫຼັງຄາ. ເມື່ອຍ່າງຜ່ານເດີ່ນກວ້າງໄປ ກໍ່ແມ່ນບ່ອນນັ່ງສະມາທິ. ວັດ ໄດ້ບູຊາຕາມລະບົບຂອງ ພຸດທະສາສະໜາ ດ້ວຍຮູບປັ້ນພະພຸດທະເຈົ້າ ທີ່ມີຄຸນຄ່າຫຼາຍອົງ ເຊິ່ງລວມມີ: ພະ ຢີລັກ (ພະກະຈາຍ), ບັນດາພະພຸດທະເຈົ້າອົງຕ່າງໆ, ພະ ໂຮະຟ໊າບ… ຢູ່ສອງຟາກຂອງວັດ ແມ່ນໂຖງທາງເດີນບູຊາພະອໍລະຫັນ 18 ອົງ. ຫໍທີ່ຢູ່ທາງຫຼັງ ແລະຫໍໃນທີ່ບູຊາພະພຸດທະເຈົ້ານັ້ນ ໄດ້ເຊື່ອມຕໍ່ໃສ່ກັນ ກາຍເປັນແຈກັນທີ່ມີຮູບໜັງສືຕົວຢູ, ເຊິ່ງເປັນບ່ອນບູຊາ ກວນອິມຮ໋າຍນາມ, ກວນອິມຕົ໊ງຕື໋, ດຶກເດັຍຕ້າງ ແລະບັນດາພະອໍລະຫັນໃນສະໄໝລາຊະວົງ ລີ໊ ເຊັ່ນ: ລີ໊ເທື່ອງກຽດ, ເຈົ້າຊີວິດ ລີ໊ເຍິນຕົງ, ພະມະເຫສີ ອີ໋ລານ… ທ່ານ ກາວວັນທັ໊ງ, ນັກທ່ອງທ່ຽວທີ່ມາຈາກຮ່າໂນ້ຍ, ໄດ້ແບ່ງປັນວ່າ: “ ຂ້າ ພະ ເຈົ້າ ໄດ້ ໄປ ຫຼາຍ ວັດ ມາແລ້ວ ນັບ ແຕ່ ເໜືອ ຮອດ ໃຕ້ , ແຕ່ກໍ່ ຕ້ອງ ເວົ້າ ວ່າ ວັດ ຢູ່ ທີ່ນີ້ ແມ່ນ ມີ ຄວາມ ເກົ່າ ແກ່ ທີ່ ສຸດ , ມັນ ມີ ຈຸດ ພິ ເສດ ແລະ ຈິດ ວິນ ຍານ ຂອງ ຊາດ ຫວຽດ ນາມ . ເປັນ ຄັ້ງ ທຳ ອິດ ທີ່ ຂ້າ ພະ ເຈົ້າ ໄດ້ ສຳ ຜັດ ກັບຂໍ້ ມູນ ທີ່ ສະຫຼັກ ຢູ່ ເທິງ ສີ ລາ ແຜ່ນ ໜຶ່ງ ເຊິ່ງມີ ມາ ແຕ່ ປີ 1054 ຫາກໍ່ ໄດ້ ຄົ້ນ ພົບ ແລະ ໄດ້ເອົາ ມາ ໄວ້ ຢູ່ ວັດ ແຫ່ງນີ້ … ຂ້າ ພະ ເຈົ້າ ຖື ວ່າ ສິ່ງ ດັ່ງ ກ່າວນີ້ ມີ ຄວາມ ໝາຍ ທີ່ ສຸດ . ນີ້ ແມ່ນຮ່ອງ ຮອຍ ອັນ ໜຶ່ງ ສາ ມາດ ສຶກ ສາ ໃຫ້ ລຸ້ນ ລູກ ລຸ້ນຫຼານ ກ່ຽວ ກັບ ມູນ ເຊື້ອ ຂອງ ຊາດ , ນັ້ນ ແມ່ນ ຄວາມ ເອກ ອ້າງ ທະ ນົງ ໃຈ ” ນອກຈາກຄຸນຄ່າທາງສະຖາປັດຕະຍະກຳ, ວັດທະນະທຳແລ້ວ, ວັດດ້ອຍເຊີນ ຍັງແມ່ນບ່ອນຈາລຶກຊື່ສຽງຮຽງນາມ ບັນພະບຸລຸດຂອງຄະນະວັດ 10 ອົງ, ເຊິ່ງແມ່ນຜູ້ທີ່ມີຄຸນງາມຄວາມດີ ໃນການໂຄສະນາ ພຸດທະສາສະໜາ, ເພາະບົ່ມຈິດໃຈທຳບຸນກຸສົນ, ຈິດໃຈມີຄວາມເມດຕາປານີ ໃນການດຳລົງຊີວິດຂອງປະຊາຊົນ. ວັດດ້ອຍເຊີນ ທັງເປັນບ່ອນ ເພື່ອໃຫ້ສາສະໜາພັດທະນາ, ທັງເປັນບ່ອນບຳລຸງຫຼໍ່ລ້ຽງ, ຮັກສາບັນດາການເຄື່ອນໄຫວ ວັດທະນະທຳພື້ນເມືອງ. ໃນແຕ່ລະປີ, ເມື່ອຮອດວັນທີ 19-21 ຂອງເດືອນ 3 ໄລ່ຕາມຈັນທະປະຕິທິນ, ກໍ່ແມ່ນຊ່ວງເວລາທີ່ວັດດ້ອຍເຊີນ ໄດ້ກ້າວເຂົ້າສູ່ການຈັດຕັ້ງງານບຸນ ທີ່ເປັນມູນເຊື້ອ. ງານບຸນ ວັດດ້ອຍເຊີນ ແມ່ນວັນບູຊາ ພະເຖລານຸເຖລະບັນລຸທຳ ພະມະຫາອາຈານ ທິກຈ໊ຽວເທື່ອງ ແລະກໍ່ແມ່ນບ່ອນອາໄລຫາ ບັນດາຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ, ມີຄຸນງາມຄວາມດີ ໃນການກໍ່ສ້າງວັດແຫ່ງນີ້ ຄື: ລີ໊ເທື່ອງກຽດ, ລີ໊ເຍິນຕົງ, ອະດີດພະມະເຫສີ ອີ໋ລານ, ພະແມ່ ຫຼຽວແຮ້ງ… ພະສັງຄະນາຍົກ ທິກແທັງຫວູ, ເຈົ້າອາວາດ ວັດດ້ອຍເຊີນ, ແຂວງຮ່ານາມ ກ່າວວ່າ: “ ວັດ ດ້ອຍ ເຊີນ ແລະ ງານ ບຸນ ໄດ້ ນຳ ມາ ເຊິ່ງ ຄຸນ ຄ່າ ປະ ຫວັດ ສາດ , ວັດ ທະ ນະ ທຳ , ເສດ ຖະ ກິດ ຂອງ ລາ ຊະ ວົງ ລີ໊ . ມາ ຮອດ ປະ ຈຸ ບັນ ນີ້ ກໍ່ ຍັງ ອະ ນຸ ລັກ ຮັກ ສາ ບັນ ດາ ຄຸນ ຄ່າ ຂອງ ຊາດ ຫວຽດ ນາມ ໄວ້ໄດ້ . ບັນ ດາ ຈຸດ ວັດ ທະ ນະ ທຳ , ຊີ ວິດ ການ ເປັນ ຢູ່ ນັບ ແຕ່ ພັນ ປີ ມານີ້ ຍາມ ໃດ ກໍ່ ຍັງ ຄົງ ຄຸນ ຄ່າ ເດີມ , ເຊິ່ງ ໄດ້ ສະ ແດງ ໃຫ້ ເຫັນ ວ່າ ຊາດ ຫວຽດ ນາມ ມີ ພື້ນ ຖານ ວັດ ທະ ນະ ທຳ ມາ ແຕ່ ດົນ ນານ . ຢູ່ ວັດແຫ່ງນີ້ໄດ້ ມີບັນພະບຸລຸດຂອງຄະນະວັດ 10 ອົງ , ພະ ມະ ຫາ ອາ ຈານ ເຈົ້າ ອາ ວາດ ວັດ 3 ອົງ , ປະ ຈຸ ບັນ ແມ່ນ ສະ ໄໝ ທີ 13 ແລ້ວ … ລັດ ກໍ່ໄດ້ ເອົາ ໃຈ ໃສ່ ວັດ ແຫ່ງນີ້ທີ່ ສຸດ ຍ້ອນ ວ່າ ປະ ຫວັດ ສາດ ຂອງ ວັດ ທີ່ ປະ ໄວ້ ໃຫ້ ພວກ ເຮົາ ນັ້ນ ຈະ ສຶກ ສາ ໃຫ້ ຄົນ ເຮົາ ເປັນ ຄົນ ດີ , ມີ ຄວາມ ສັດ ຊື່ ສຸດ ຈະຫຼິດ ” ຜ່ານການໝູນວຽນປ່ຽນໄປຕາມການເວລາ, ດ້ວຍບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ ແລະຄວາມສວຍງາມ, ທັງມີຄວາມສະຫງ່າຜ່າເຜີຍ ແລະ ເກົ່າແກ່ບູຮານ, ກຸ່ມປູຊະນີຍະສະຖານທັດສະນີຍະພາບ ດ້ອຍເຊີນ ນັບມື້ນັບໄດ້ຢັ້ງຢືນຄຸນຄ່າປະຫວັດສາດ, ວັດທະນະທຳ ແລະການທ່ອງທ່ຽວຢ່າງໃຫຍ່ຫຼວງ, ເປັນການຝັງເລິກ ສັນຍາລັກແຫ່ງບ້ານເກີດເມືອງນອນ ພູດ້ອຍ, ແມ່ນ້ຳ ເຈົາ ຕື່ມອີກ. ເດືອນ ທັນວາ ປີ 2017, ວັດດ້ອຍເຊີນ ໄດ້ເປັນ 1 ໃນ 10 ປູຊະນີຍະສະຖານໃນທົ່ວປະເທດ ໂດຍທ່ານນາຍົກລັດຖະມົນຕີ ຕົກລົງເຫັນດີຈັດອັນດັບປູຊະນີຍະສະຖານລະດັບຊາດພິເສດ.
TAG
VOV/VOVworld/ປູຊະນີຍະສະຖານ
Related
More








