VOV WorldVOV World
ປຸກລຸກຄຸນຄ່າຂອງວັນໝຽວກວັກຕື່ຢ໊າມໃນນະຄອນຫຼວງຮ່າໂນ້ຍ
06/10/2021 11:21
(VOVWORLD) -ໂດຍໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ສະຕະວັດທີ XI, ວັນໝຽວກວັກຕື່ຢ໊າມເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດໃນສະໄໝສັກດີນາຢູ່ຮ່າໂນ້ຍຍັງຄົງແມ່ນສະຖານທີ່ເຊີດຊູຈິດໃຈມັກການຮ່ຳຮຽນ. ເພື່ອປຸກລຸກຄຸນຄ່າວັດທະນະທຳພິເສດນີ້ເວົ້າສະເພາະແລະມໍລະດົກວັດທະນະທຳເວົ້າລວມ, ບັນດາຜູ້ເຮັດວຽກງານຄຸ້ມຄອງຄົ້ນຄວ້າຜູ້ມີຄວາມກະຕືລືລົ້ນກັບມໍລະດົກວັດທະນະທຳຂອງປະເທດຊາດໄດ້ແລະພວມມານະພະຍາຍາມ ເພື່ອນຳ ວັນໝຽວກວັກຕື່ຢ໊າມກາຍເປັນສູນວັດທະນະທຳສົມກັບຄຸນຄ່າປະຫວັດສາດອັນຫຼັກແຫຼ່ງເຊິ່ງປູ່ຍ່າຕາຍາຍໄດ້ສ້າງຂຶ້ນຢູ່ແຫ່ງນີ້
ປຸກລຸກຄຸນຄ່າຂອງວັນໝຽວກວັກຕື່ຢ໊າມໃນນະຄອນຫຼວງຮ່າໂນ້ຍ
ວັນໝຽວກວັກຕື່ຢ໊າມຢູ່ຮ່າໂນ້ຍ     ວັນໝຽວກວັກຕື່ຢ໊າມຢູ່ຮ່າໂນ້ຍແມ່ນແຫ່ງບັນທຶກບັນດາຂີດໝາຍຂອງຂະບວນວິວັດແຫ່ງການພັດທະນາພື້ນຖານການສຶກສາຂອງປະເທດດ້າຍຫວຽດ. ພາຍຫຼັງບັນດາໄລຍະປະຫວັດສາດມີບາງໄລຍະປູຊະນີຍະສະຖານຢູ່ແຫ່ງນີ້ຖືກເສື່ອມຄຸນນະພາບຢ່າງໜັກ. ເພື່ອມີວັນໝຽວກວັກຕື່ຢ໊າມໄດ້ຮັບການບູລະນະປະຕິສັງຂອນໃຫ້ສວຍງາມຄືວັນນີ້ກໍ່ແມ່ນໄລຍະຍາວນານແຫ່ງການຮັກສາແລະອະນຸລັກເສີມຂະຫຍາຍຄຸນຄ່າມໍລະດົກ.ຫຼາຍປີມໍ່ໆມານີ້, ວັນໝຽວກວັກຕື່ຢ໊າມໄດ້ກາຍເປັນສະຖານທີ່ຮູ້ຈັກກັນດີຂອງແຂກທັງຢູ່ພາຍໃນແລະຕ່າງປະເທດເມື່ອມີໂອກາດມາຢາມຮ່າໂນ້ຍ. ໃນໄລຍະເກີດໂລກລະບາດໂຄວິດ - 19 ໃນປັດຈຸບັນວັນໝຽວກວັກຕື່ຢ໊າມຍັງຄົງເປີດປະຕູຮັບໃຊ້ແຂກທາງອອນລາຍຈັດຕັ້ງການຄົ້ນຄວ້າກະກຽມບັນດາການເຄື່ອນໄຫວ, ຜະລິດຕະພັນເພື່ອພາຍຫຼັງທີ່ການເຄື່ອນໄຫວກັບຄືນສູ່ປົກກະຕິຈະມີບັນດາຜະລິດຕະພັນຮັບໃຊ້ຄວາມຕ້ອງການຂອງແຂກທ່ອງທ່ຽວໃນທັນທີ. ເພື່ອນຳຄຸນຄ່າທີ່ຫຼັກແຫຼ່ງຂອງປູຊະນີຍະສະຖານເຖິງມວນຊົນ,ເພື່ອໃຫ້ແຂກມາທັດສະນະສຶກສາໄດ້ຊອກຮູ້ຄຸນຄ່າຂອງວັດທະນະທຳວັນໝຽວແລະບັນດາເຂດວັດທະນະທຳໃນທົ່ວປະເທດເວົ້າລວມແລະຫຼໍ່ລ້ຽງຄວາມຮັກມໍລະດົກນັ້ນກໍ່ຍັງມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດຄວນມີໄລຍະເວລາການຊ່ວຍໜູນແລະຮ່ວມເດີນທາງຈາກຫຼາຍຄົນ, ທ່ານເຈືອງກວັກຕວ່ານ ທີ່ປຶກສາການການເຄື່ອນໄຫວເສີມຂະຫຍາຍຄຸນຄ່າທ່ອງທ່ຽວຂອງວັນໝຽວກວັກຕື່ຢ໊າມຖືວ່າແຂກທ່ອງທ່ຽວມາຢາມວັນໝຽວກວັກຕື່ຢ໊າມແມ່ນມີຄວາມຫວັງຢາກໄດ້ເຊື່ອມຕົວເຂົ້າກັບການເຄື່ອນໄຫວວັດທະນະທຳດ້ວຍບັນດາການໂອ້ລົມສົນທະນາ, ການພົບປະແລກປ່ຽນ, ວາງສະແດງແລະການສະແດງສິລະປະ. ຍ້ອນເຫດນີ້ເອງເພື່ອເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງວັນໝຽວກວັກຕື່ຢ໊າມແຂກທ່ອງທ່ຽວຄວນຊອກຮູ້ເຂົ້າຮ່ວມບັນດາການເຄື່ອນໄຫວຕົວຈິງດ້ວຍບັນດາເນື້ອໃນອັນດູດດື່ມ. ທ່ານເຈືອງກວັກຕວ່ານເວົ້າວ່າ:    
TAG
VOV/VOVworld/ວັນໝຽວກວັກຕື່ຢ໊າມ

More