VOV WorldVOV World
ສະໜາມຫຼວງ ບາດິ່ງ - ສະຖານທີ່ປຸກລຸກຄວາມຕື້ນຕັນໃຈ ຄວາມເອກອ້າງທະນົງໃຈຂອງຊາດ
09/09/2020 11:51
(VOVWORLD) -ນັບແຕ່ລະດູໃບໄມ້ຫຼົ່ນປະຕິວັດປີ 1945, ສະໜາມຫຼວງ ບາດິ່ງ ໄດ້ກາຍເປັນສະຖານທີ່ໃກ້ຊິດຕິດແທດ ແລະ ສັກກະລະບູຊາ ສຳລັບຊາວນະຄອນຫຼວງ ຮ່າໂນ້ຍ ແລະ ທົ່ວປະເທດ. ນີ້ແມ່ນສະໜາມຫຼວງໃຫຍ່ທີ່ສຸດຢູ່ ຫວຽດນາມ ຖືກຕັ້ງບົນຖະໜົນ ຮຸ່ງເວືອງ ເມືອງ ບາດິ່ງ ຮ່າໂນ້ຍ ແລະ ແມ່ນບ່ອນປຸກສ້າງສຸສານ ປະທານ ໂຮ່ຈີມິນ. ສະໜາມຫຼວງ ບາດິ່ງ ນອນຢູ່ໃນກຸ່ມປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ບາດິ່ງ ໄດ້ກາຍເປັນພະຍານຫຼັກຖານໄປຕາມການເວລາແຫ່ງປະຫວັດສາດ. ສະຖານທີ່ແຫ່ງນີ້ ແມ່ນໝາກຫົວໃຈຂອງນະຄອນຫຼວງ ແມ່ນຄວາມເອກອ້າງທະນົງໃຈຂອງຊາວນະຄອນຫຼວງ ເວົ້າ ສະເພາະ ແລະ ຂອງປະຊາຊົນ ຫວຽດນາມ ທຸກທົ່ວໜ້າເວົ້າລວມ
ສະໜາມຫຼວງ ບາດິ່ງ - ສະຖານທີ່ປຸກລຸກຄວາມຕື້ນຕັນໃຈ  ຄວາມເອກອ້າງທະນົງໃຈຂອງຊາດ
 ວັນທີ 2 ກັນຍາ ປີ 1945 ຢູ່ສະໜາມ ຫຼວງ ບາດິ່ງ - ຮ່າໂນ້ຍ, ທ່ານປະທານ ໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ ສະຖາປະນາປະເທດ ສ. ປ.ຫວຽດນາມ ປັດຈຸບັນແມ່ນ ສສ ຫວຽດນາມ.  (ພາບ : Toquoc.vn)   ໂດຍມີໜ້າຢູ່ສະໜາມ ຫຼວງ ບາດິ່ງ ໃນທຸກໆຈຸດເວລາທີ່ແຕກຕ່າງກັນໃນປີ ພິເສດແມ່ນໃນຕອນເຊົ້າວັນຊາດ ລະດູໃບໄມ້ຫຼົ່ນ, ຊາວຫວຽດນາມ ຕ່າງກໍ່ຮູ້ສຶກມີຄວາມເອອ້າງທະນົງໃຈ. ຊຸມວັນເດືອນ ກັນຍາ ສະໜາມຫຼວງໄດ້ຕ້ອນຮັບປະຊາຊົນນັບແສນຄົນທີ່ມາຈາກບັນດາແຂວງ ແລະ ນະຄອນຕ່າງໆໃນທົ່ວປະເທດ ເຂົາເຈົ້າໄດ້ມານີ້  ເພື່ອຮ່ວມມ່ວນຊື່ນໃນວັນບຸນເອກະລາດຂອງຊາດ. ນາງ ຫວຽນບິກແຮັ້ງ ມາຈາກແຂວງ ດົງນາຍ ເວົ້າວ່າ:   “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມສະໜາມຫຼວງ ບາດິ່ງ ກົງກັບໂອກາດວັນຊາດ ຫວຽດນາມ. ຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ນັບແຕ່ 6 ໂມງເຊົ້າ. ຂ້າພະເຈົ້າຮູ້ສຶກມີຄວາມຕື້ນຕັນໃຈ ແລະ ເອກອ້າງທະນົງໃຈຕໍ່ປະເທດຊາດ. ບັນດາຈຸດເວລາຢູ່ທີ່ນີ້ແມ່ນສັກກະລະບູຊາທີ່ສຸດ”.   ສະໜາມ ຫຼວງ ບາດິ່ງ ຮ່າໂນ້ຍ ເຊິ່ງແມ່ນແຫ່ງມີເຫດການສຳຄັນພິເສດຂອງຊາວ ຫວຽດນາມ. ວັນທີ 2 ກັນຍາ ປີ 1945 ຕໍ່ໜ້າຊາວນະຄອນຫຼວງ ແລະ ເຂດແຄ້ວນຕ່າງໆໃນທົ່ວປະເທດ ຈຳນວນ 500.000 ຄົນ, ປະທານ ໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປັດຈຸບັນແມ່ນ ສສ ຫວຽດນາມ     
TAG
VOV/VOVworld/ສະ​ໜາມຫຼວງ ບາ​ດິງ

More