ໂປຼແກຼມ GapoWork ຊ່ວຍວິສາຫະກິດຫັນເປັນດີຈີຕອນ
07/08/2022 10:51
(VOVWORLD) -ກຸ່ມບໍລິສັດເຕັກໂນໂລຢີ G-Group ຢັ້ງຢືນທີ່ຕັ້ງໃນຂະແໜງ ຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ດ້ວຍບັນດາຜະລິດຕະພັນທີ່ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບ. ໃນນັ້ນ, ຜະລິດຕະພັນ GapoWork ເປັນໂປຼແກຼມສື່ສານສຳລັບວິສາຫະກິດ ແລະ ອົງການຈັດຕັ້ງ ໄດ້ເປັນກຽດຮັບລາງວັນ ຊາວເຄວ ປີ 2022 ດ້ວຍຜະລິດຕະພັນ ແລະ ມາດຕະການເຕັກໂນໂລຢີດີຈີຕອນທີ່ດີເດັ່ນ. ກ່ອນໜ້ານັ້ນ, GapoWork ໄດ້ຮັບລາງວັນ “ຜະລິດຕະພັນ, ມາດຕະການຊອັບແວໃໝ່ດີເລີດ” ໃນລາງວັນເຕັກໂນໂລຢີດີຈີຕອນ Make in Vietnam.
GapoWork ຂຶ້ນກັບກຸ່ມບໍລິສັດເຕັກໂນໂລຢີ G-Group ແມ່ນໂປຼແກຼມສື່ສານພາຍໃນ ແລະ ໜູນຊ່ວຍວຽກງານສຳລັບວິສາຫະກິດ ແລະ ອົງການຈັດຕັ້ງ, ຊ່ວຍສ້າງຄວາມຜູກພັນຕໍ່ຖັນແຖວພະນັກງານຢ່າງມີປະສິດທິຜົນ, ແບ່ງປັນຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ, ບໍລິຫານວຽກງານ ແລະ ສ້າງວັດທະນະທຳວິສາຫະກິດ.
TAG
VOV/VOVworld/Make in Vietnam/ໂປຼແກຼມ GapoWork
Related








