VOV WorldVOV World
ບ້ານ ບາວດາບ ຄືກຄື້ນເມື່ອວັນບຸນໄຫວ້ພະຈັນວຽນມາ
26/09/2025 11:25
(VOVWORLD) - ໃນໂອກາດວັນເພັງເດືອນ 8 (ໄລ່ຕາມຈັນທະປະຕິທິນ), ບ້ານ ບາວດາບ, ແຂວງ ນິງບິ່ງ ພັດມີຄວາມຄືກຄື້ນໃນການຜະລິດໂຄມໄຟຮູບດາວ, ສືບທອດມູນເຊື້ອທີ່ມີມາແຕ່ນັບຮ້ອຍປີ.
ບ້ານ ບາວດາບ ຄືກຄື້ນເມື່ອວັນບຸນໄຫວ້ພະຈັນວຽນມາ
ແຕ່ດົນນານມາແລ້ວ, ບ້ານ ບາວດາບ, ຕາແສງ ຮົ່ງກວາງ, ແຂວງ ນິງບິ່ງ ໄດ້ຮັບການຮູ້ຈັກດ້ວຍມູນເຊື້ອເຮັດໂຄມໄຟຮູບດາວ. ໂດຍຜ່ານຫຼາຍລຸ້ນຄົນ, ປະຊາຊົນຢູ່ແຫ່ງນີ້ຍັງຮັກສາອາຊີບຫັດຖະກຳມູນເຊື້ອ ທີ່ໄດ້ຕິດພັນກັບຄາວເຍົາໄວຂອງຊາວ ຫວຽດນາມ ຫຼາຍລຸ້ນຄົນ. ຄາດວ່າ ມີປະມານ 300 ຄອບຄົວເຮັດອາຊີບນີ້, ແຕ່ລະປີໄດ້ສົ່ງອອກຕະຫຼາດນັບພັນຜະລິດຕະພັນ ທີ່ມີຂະໜາດໃຫຍ່, ນ້ອຍທີ່ແຕກຕ່າງກັນ. ນັບແຕ່ໂຄມໄຟຮູບດາວນ້ອຍໆປະມານ 15 – 20 ຊມ, ຕະຫຼອດຮອດໂຄມໄຟໃຫຍ່ເກືອບ 1 ມ, ຜະລິດຕະພັນຂອງບ້ານ ບາວດາບ ບໍ່ພຽງແຕ່ສົ່ງໄປຢູ່ທົ່ວທຸກແຫ່ງທາງພາກເໜືອເທົ່ານັ້ນ, ຫາກຍັງໄດ້ຂົນສົ່ງໄປຍັງນະຄອນ ໂຮ່ຈີມິນ ນຳອີກ. ນັບແຕ່ຕົ້ນເດືອນ 6, ເດືອນ 7 (ໄລ່ຕາມຈັນທະປະຕິທິນ), ທົ່ວບ້ານໄດ້ເລີ່ມຜະລິດ. ແຕ່ລະເສັ້ນທາງ, ຮ່ອມບ້ານເຕັມໄປດ້ວຍສີສັນຂອງເຈ້ຍເຫຼື້ອມຫຼາຍສີ, ສຽງຫົວ, ສຽງເວົ້າດັງຂຶ້ນແຕ່ເຊົ້າຈົນຮອດຄ່ຳ. ຢູ່ເດີ່ນບ້ານ, ລະບຽງເຮືອນ, ຊ້ໍຳບໍ່ໜຳແມ່ນເຂດດິນຫວ່າງຢູ່່ແຄມທາງກໍ່ກາຍເປັນໂຮງງານຜະລິດຫັດຖະກຳ. ເພື່ອເຮັດໂຄມໄຟໜຶ່ງ, ຊ່າງຕ້ອງໄດ້ເຮັດຫຼາຍຂັ້ນຕອນ. ບັນດາກອບຮູບດາວໄດ້ເຮັດເປັນຮູບ 5 ແຈ, ແລ້ວມັດໄວ້ດ້ວຍເສັ້ນເຫຼັກນ້ອຍ. ຕໍ່ຈາກນັ້ນ, ກໍ່ນຳເຈ້ຍເຫຼື້ອມຫຼາຍສີ ຕິດໃສ່ຢ່າງຄ່ອງແຄ້ວ, ເພື່ອໃຫ້ແສງຂອງທຽນສາມາດສ່ອງຊອດໄດ້. ໂຄມໄຟໄດ້ຕິດດ້າມຈັບ, ເສັ້ນປະດັບ ແລະ ບ່ອນປັກທຽນໃສ່ຕື່ມ. ເຖິງວ່າການເຮັດຈະບໍ່ຫຍຸ້ງຍາກຫຼາຍ ແຕ່ຮຽກຮ້ອງຕ້ອງມີຄວາມລະອຽດລະອໍ, ພິເສດແມ່ນຂັ້ນຕອນຕິດເຈ້ຍເຫຼື້ອມ ແລະ ປະດັບປະດາ. ປະຈຸບັນ ຢູ່ຕະຫຼາດ, ໂຄມໄຟຮູບດາວຂອງບ້ານ ບາວດາບ ອັນນ້ອຍມີລາຄາແຕ່ 10.000 ດົ່ງ/ອັນ ແລະ ອັນໃຫຍ່ 150.000 ດົ່ງ/ອັນ. ຍ້ອນມີຫຼາຍຮູບຫຼາຍແບບ, ລາຄາບໍ່ແພງ, ຜະລິດຕະພັນຂອງໝູ່ບ້ານນີ້ກໍ່ໄດ້ຮັບການຈຳໜ່າຍເປັນຈຳນວນຫຼາຍ. ເຖິງວ່າການດຳລົງຊີວິດນັບມື້ນັບທັນສະໄໝ ມີເຄື່ອງຫຼິ້ິນອຸດສາຫະກຳເປັນຈຳນວນຫຼາຍແລ້ວ, ແຕ່ບ້ານ ບາວດາບ ຍັງຄົງຮັກສາອາຊີບທີ່ມີອາຍຸນັບຮ້ອຍປີນີ້. ບັນດາໂຄມໄຟຮູບດາວນີ້ໄດ້ຜະລິດຈາກຝາມືຂອງປະຊາຊົນຢູ່ແຫ່ງນີ້ ເຊິ່ງບໍ່ພຽງແຕ່ສົ່ງແສງໃນຄ່ຳຄືນບຸນໄຫວ້ພະຈັນເທົ່ານັ້ນ, ຫາກຍັງແມ່ນແສງຂອງການຮັກສາຈຸດຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາວ ຫວຽດນາມ ອີກດ້ວຍ.