ຮັບຊົມດອກໄມ້ທີ່ເປັນເອກະລັກພິເສດປົກຄຸມໄປດ້ວຍສີເຫຼືອງຢູ່ມູມໜຶ່ງແຫຼມເກາະ ເຊີນຈ່າ
05/04/2024 10:52
(VOVWORLD) - ແຫຼມເກາະ ເຊີນຈ່າ ຢູ່ນະຄອນ ດ່ານັ້ງ ແມ່ນແຫ່ງທີ່ມີລະບົບນິເວດສັດສາວາສິ່ງນາໆຊະນິດ ແລະ ບັນດາຫາດຊາຍທະເລສວຍງາມ. ແຫ່ງນີ້ຍັງໄດ້ຮັບຖືວ່າແມ່ນ “ເຂດສີຂຽວ”, ແມ່ນ “ເພັດລ້ຳຄ່າ” ຂອງ ດ່ານັ້ງ.

ໃນຈຸດເວລາທ້າຍເດືອນ ມີນາ ແລະ ເດືອນ ເມສາ, ຢູ່ບັນດາເຂດປ່າຂອງແຫຼມເກາະ ເຊີນຈ່າ, ນະຄອນ ດ່ານັ້ງ, ດອກນົນທຣີ (ຫຼື ເອີ້ນວ່າ Yellow Flamboyant, Copperpod) ແຂ່ງກັນເບັ່ງບານ, ເຫຼືອງປົກຄຸມທົ່ວຂອບຟ້າ. ການປະສານສົມທົບລະຫວ່າງສີສັນຂອງດອກໄມ້ຫຼາຍຊະນິດ ພ້ອມກັບໂຕຄ່າງ ຈ່າວາ ຕີນສີນ້ຳຕານ ໄດ້ສ້າງຄວາມດຶງດູດຕໍ່ປະຊາຊົນ, ແຂກທ່ອງທ່ຽວ. ຮອດລະດູດອກເບັ່ງບານ ຜູ້ໃດກໍ່ຫຼົງໄຫຼຕໍ່ຄວາມງາມທີ່ຫາຍາກນີ້. ຕົ້ນນົນທຣີ ພັດທະນາດີໃນຫຼາຍເງື່ອນໄຂທີ່ແຕກຕ່າງກັນ, ຄື: ເຂດແຄມທະເລ, ເຂດພູພຽງ, ເຂດພູດອຍ. ເວລາຮັບຊົມດອກໄມ້ ແລະ ໂຕຄ່າງ ງາມທີ່ສຸດແມ່ນຕອນຮຸ່ງເຊົ້າ, ຕອນຍັງມີນ້ຳຄ້າງຢູ່. ບັນດາໂຕຄ່າງປີນໄປມາຢູ່ຕາມຕົ້ນນົນທຣີດອກເຫຼືອງ ທີ່ພວມເບັ່ງບານ ຍາມໃດກໍ່ດຶງດູດແຂກທີ່ມາຢ້ຽມຢາມຢູ່ເຂດນີ້. ແຕ່ລະລະດູທີ່ດອກນົນທຣີ ເບັ່ງບານ, ກໍ່ຈະມີແຂກທ່ອງທ່ຽວ ແລະ ນັກຖ່າຍຮູບຫຼາຍຄົນມາແຫ່ງນີ້ເພື່ອຖ່າຍບັນດາພາບທີ່ສວຍງາມ. ເມື່ອມາຊົມທິວທັດທຳມະຊາດຢູ່ແຫ່ງນີ້, ທຸກຄົນບໍ່ຄວນຖີ້ມຂີ້ເຫຍື້ອຊະຊາຍ ແລະ ນຳເອົາພຽງຈຸດຄວາມງາມສະເພາະມາໃຫ້ແກ່ຕົນ.
Related
More








