VOV WorldVOV World
ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025
21/03/2025 10:30
ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025
ຊົ່ວໂມງເພື່ອໜ່ວຍໂລກ 2025 ຈັດຂຶ້ນແຕ່ເວລາ 20 ໂມງ 30 ນາທີ ຮອດເວລາ 21 ໂມງ 30 ນາທີ ຂອງວັນທີ 22 ມີນາ, ສົ່ງສານທີ່ວ່າ “ການຫັນເປັນສີຂຽວ - ອະນາຄົດສີຂຽວ” ດ້ວຍຄວາມປາດຖະໜາວ່າ ປະຊາຊົນ, ປະຊາຄົມວິສາຫະກິດ ແລະ ວິສາຫະກິດທັງໝົດ ຈົ່ງຮ່ວມແຮງຮ່ວມໃຈກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ປະຢັດພະລັງງານ, ມຸ່ງໄປເຖິງອະນາຄົດສີຂຽວ ແລະ ຍືນຍົງ. ຫວ່າງມໍ່ໆມານີ້, ຢູ່ເຂດຖະໜົນຍ່າງ ເຈິ່ນເຍີນຕົງ, ເມືອງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ຈັດພິທີປຸກລະດົມ “ທົ່ວປວງຊົນປະຢັດພະລັງງານ ຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025” ແລະ ຈັດການແຂ່ງຂັນແລ່ນຕອບສະໜອງເຫດການດັ່ງກ່າວ. ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮວ່າງລອງ ໃຫ້ຮູ້ວ່າ, ທາງກະຊວງໄດ້ຈັດຫຼາຍການເຄື່ອນໄຫວເພື່ອຕອບສະໜອງເຫດການຊົ່ວໂມງເພື່ອໜ່ວຍໂລກ 2025 ໃນເດືອນ ມີນາ ນີ້. ພິເສດ, ເຫດການມອດໄຟໃນເວລາ 1 ຊົ່ວໂມງເພື່ອຕອບສະໜອງເຫດການຈັດຂຶ້ນແຕ່ເວລາ 20 ໂມງ 30 ນາທີ ຮອດເວລາ 21 ໂມງ 30 ນາທີ, ໃນວັນທີ 22 ມີນາ ນີ້. ການແຂ່ງຂັນແລ່ນໄດ້ປະກອບສ່ວນແຜ່ຂະຫຍາຍສານທີ່ວ່າ “ການຫັນເປັນສີຂຽວ - ອະນາຄົດສີຂຽວ” ຢ່າງແຮງ. ເພື່ອຕອບສະໜອງເຫດການຊົ່ວໂມງເພື່ອໜ່ວຍໂລກ 2025, ຢູ່ຫຼາຍແຂວງ, ນະຄອນ ໄດ້ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນຕັ້ງໜ້າເຂົ້າຮ່ວມບັ້ນເຄື່ອນໄຫວ. ພາລະກອນໄຟຟ້າ ຟູອຽນ (ແຂວງ ຮືງອຽນ) ໂຄສະນາກ່ຽວກັບຊົ່ວໂມງເພື່ອໜ່ວຍໂລກ - ນຳໃຊ້ໄຟຟ້າແບບປະຢັດຢູ່ເມືອງ ຟູກື່.
TAG
VOV/VOVworld/