VOV WorldVOV World
ດອກບານ ເຂດໄຕບັກ ບານສະພັ່ງຢູ່ນະຄອນຫຼວງຮ່າໂນ້ຍ
25/02/2021 17:00
(VOVWORLD) - ອາກາດອົບອຸ່ນຢູ່ນະຄອນຫຼວງຮ່າໂນ້ຍໄດ້ພາໃຫ້ດອກບານຢູ່ເຂດພູຜາປ່າໄມ້ໄຕບັກ (ໝາຍເຖິງເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ) ບານສະພັ່ງຢູ່ທຸກຖະໜົນ, ຫົນທາງ ສາຍຕ່າງໆ ທີ່ມີກິນຫອມຫວນ ແລະ ສີສັນສວຍງາມໃນລະດູບານໃໝ່ຢູ່ນະຄອນຫຼວງຮ່າໂນ້ຍ
ໂດຍທົ່ວໄປແລ້ວ ຮອດຕົ້ນເດືອນ ມີນາ ດອກບານ ເລີ່ມບານສະພັ່ງຢູ່ນະຄອນຫຼວງຮ່າໂນ້ຍ ໂດຍແມ່ນດອກໄມ້ຊະນິດພິເສດ ຂອງພູຜາປ່າໄມ້ໄຕບັກ ແຕ່ດົນນານມາແລ້ວ ດອກບານໄດ້ຖືກປູກຢູ່ຖະໜົນສາຍຕ່າງໆທີ່ນະຄອນຫຼວງຮ່າໂນ້ຍ ຄືຖະໜົນຮ່ວາງຢ້ຽວ, ຖະໜົນບັກເຊີນ, ຖະໜົນຢ໋າງວໍ, ຖະໜົນຫງວຽນຈີແທັງ… ຖະໜົນບັກເຊີນ - ຮ່ວາງຢ້ຽວ ເຊິ່ງແມ່ນແຫ່ງຕິດພັນກັບຮູບພາບດອກບານ ອັນໄດ້ດຶງດູດປະຊາຊົນມາຖ່າຍຮູບເປັນທີ່ລະນຶກຢ່າງຫຼວງຫຼາຍ. ປີນີ້ ອາກາດ ອົບອຸ່ນກ່ວາປີກ່ອນ, ອັນໄດ້ພາໃຫ້ຕົ້ນດອກບານຢູ່ຖະໜົນສາຍຕ່າງໆຢູ່ຮ່າໂນ້ຍໄດ້ບານສະພັ່ງໄວກ່ວາ 3 ອາທິດເພື່ອທຽບໃສ່ຊຸມປີກ່ອນໆ. ບັນດາເພື່ອນໜູ່ນໄດ້ສະຫຼະເວລາມາຖ່າຍຮູບກັບດອກບານ. ບັນດາກີບດອກບານເອ້ຄວາມງາມຢູ່ຄຽງຂ້າງບັນດາກິດຈະກຳສະຖາບັດຕະຍາກຳ ດອກບານຂອງຮ່າໂນ້ຍມີ 2 ຊະນິດເປັນຕົ້ນຕໍ, ນັ້ນແມ່ນດອກບານຂາວ ແລະ ດອກບານແດງ  ດອກບານແດງບານສະພັ່ງຢູ່ຖະໜົນຮ່ວາງວັນຖຸ ບໍລິເວນອະນຸສາວະລີ ເລນິນ ເຕັມໄປດ້ວຍສີສັນດອກບານ ແຖວຕົ້ນດອກບານພວມບານສະພັ່ງຢູ່ຖະໜົນຫງວຽນຈີ໊ແທັງ
TAG
VOV/VOVworld/ດອກບານ