ດອກອິນທະນິນສີມ້ວງທີ່ໂຣແມນຕິກຢູ່ຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ
18/05/2024 07:31
(VOVWORLD) - ໃນຊຸມວັນຕົ້ນເດືອນພຶດສະພາ, ດອກອິນທະນິນ ພວມພາກັນເບັ່ງບານຢູ່ນະຄອນຫຼວງ ຮ່າໂນ້ຍ. ເບິ່ງຄືວ່າຖະໜົນສາຍຕ່າງໆຂອງ ຮ່າໂນ້ຍ ໄດ້ປົກຄຸມໄປດ້ວຍສີມ້ວງທີ່ໂຣແມນຕິກ.

ໂດຍເປັນທີ່ຮູ້ຈັກຄືດັ່ງດອກໄມ້ສັນຍາລັກຂອງເຂດອາກາດຮ້ອນ ອາຊີໃຕ້, ໃນເບື້ອງຕົ້ນ ດອກອິນທະນິນ ໄດ້ປູກເພື່ອປະດັບຄວາມງາມໃຫ້ແກ່ທັດສະນີຍະພາບຂອງຕົວເມືອງ ແລະ ເຮັດເປັນຮົມ ແຕ່ມັນໄດ້ຄ່ອຍໆກາຍເປັນຈຸດພົ້ນເດັ່ນທີ່ລຶ້ງເຄີຍສຳລັບ ຮ່າໂນ້ຍ ເມື່ອອາກາດຮ້ອນເລີ່ມວຽນມາ. ດອກອິນທະນິນມີສີມ້ວງ ຫຼື ສີມ້ວງອ່ອນ, ໄດ້ອອກເປັນພົ້ວທີ່ມີຄວາມຍາວແຕ່ 20 – 40 cm. ແຕ່ລະດອກມີ 6 ກີບ, ແຕ່ລະກີບມີຄວາມຍາວປະມານ 2 – 3,5 cm. ດອກອິນທະນິນພວມບານສະພັ່ງຢູ່ເດີ່ນສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ປີນີ້, ຍ້ອນອາກາດເອື້ອອຳນວຍ ສະນັ້ນ, ນັບແຕ່ຕົ້ນເດືອນພຶດສະພາ, ດອກອິນທະນິນກໍໄດ້ພາກັນເບັ່ງບານຢູ່ຖະໜົນສາຍຕ່າງໆແລ້ວ ແລະ ດຶງດູດປະຊາຊົນ, ນັກທ່ອງທ່ຽວມາຖ່າຍຮູບເປັນຈຳນວນຫຼວງຫຼາຍ. ບັນດາເພື່ອນໜຸ່ມຍາດເວລາມາຖ່າຍຮູບຢູ່ກ້ອງຮົ່ມຕົ້ນດອກອິນທະນິນ ດອກອິນທະນິນຕົກເຕັມຕາມແຄມທາງ ດອກອິນທະນິນສີມ້ວງ ເບິ່ງຄືວ່າເຮັດໃຫ້ບັນດາຖະໜົນມີຄວາມໂຣແມນຕິກຂຶ້ນຕື່ມ ແລະ ບັນເທົາຄວາມອຶກກະທຶກຂອງຕົວເມືອງ./.
TAG
VOV/VOVworld/ດອກອິນທະນິນ/ລະດູຮ້ອນ/ຮ່າໂນ້ຍ
Related
More








