ແດນສະຫວັນເມກ ຕ່າຊົວ - ຈຸດນັດພົບທົ່ວໂລກ 2026
11/01/2026 07:19
(VOVWORLD) - ທິວທັດທຳມະຊາດທີ່ຮົກເຮື້ອ, ວິຖີທີ່ປະຖົມປະຖານ ໄດ້ຊ່ວຍໃຫ້ ຕ່າຊົວ ກາຍເປັນສະຖານທີ່ຕາງໜ້າແຫ່ງໜຶ່ງດຽວຂອງ ຫວຽດນາມ ທີ່ນອນໃນບັນຊີລາຍຊື່ແນະນຳການທ່ອງທ່ຽວປີ 2026 ຂອງຊ່ອງໂທລະພາບ ອິນເດຍ NDTV

ຕ່າຊົວ ບໍ່ພຽງແຕ່ແມ່ນຊື່ເອີ້ນຂອງຈອມພູ, ຫາກຍັງແມ່ນເຂດພູພາປ່າໄມ້ທີ່ປົກຄຸມຕາແສງ ຕ່າຊົວ, ບ້ານ ເຈັວ ແລະ ຮ໊າງດົ່ງ, ດ້ວຍເນື້ອທີ່ກວ່າ 230 ກີໂລຕາແມັດ. ຕ່າຊົວ ຫ່າງຈາກ ຮ່າໂນ້ຍ 240 ກີໂລແມັດ ແລະ ຫ່າງຈາກໃຈກາງ ມົກເຈົາ ກວ່າ 100 ກີໂລແມັດ. ຕັ້ງຢູ່ຄວາມສູງແຕ່ 1.500 – 1.800 ແມັດທຽບກັບໜ້ານ້ຳທະເລ, ຢູ່ທີ່ນີ້ ອຸນຫະພູມເຢັນສະບາຍຕະຫຼອດປີ. ແຕ່ເດືອນ ພະຈິກ ຫາເດືອນ ມີນາ ປີຕໍ່ມາ ແມ່ນຈຸດເວລາເໝາະສົມທີ່ສຸດເພື່ອຮັບຊົມເມກ, ໄປປີນພູ. ທ່ານ ໂດ້ວັນຊຽມ, ປະທານຄະນະກຳມະການປະຊາຊົນຕາແສງ ຕ່າຊົວ ໃຫ້ຮູ້ວ່າ ປະຈຸບັນ ປະຊາຊົນ ແລະ ອຳນາດການປົກຄອງຢູ່ທີ່ນີ້ ລ້ວນແຕ່ມານະພະຍາຍາມຍູ້ແຮງການແນະນຳກ່ຽວກັບທິດທັດທຳມະຊາດ ແລະ ວັດທະນະທຳຂອງຊາວ ຕ່າຊົວ ໄປເຖິງເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ຫວ່າງມໍ່ໆມານີ້ແມ່ນການແຂ່ງຂັນແລ່ນ ເຊີນລາ Ultra Trail 100 ໄດ້ດຶງດູດນັກກິລາທີ່ມາຈາກ ຍີ່ປຸ່ນ, ລັດເຊຍ, ອາເມລິກາ, ແດນມາກ… ພ້ອມກັບນັກກິລາຢູ່ພາຍໃນປະເທດກວ່າ 1.000 ຄົນເຂົ້າຮ່ວມ. ຕ່າຊົວ ແຍກອອກກັບຄວາມບົນແຊວຂອງບັນດາສູນທ່ອງທ່ຽວໃຫຍ່. ຢ້ຽມຊົມບັນດາເຂດທົ່ງດອກໄມ້ສີມ່ວງຢູ່ທ່າມກາງເຂດພູພາປ່າໄມ້. ຕ່າຊົວ, ແດນສະຫວັນຂອງເມກ, ເປັນຈຸດນັດພົບທົ່ວໂລກທີ່ພວມລໍຖ້າເພື່ອນໄປຄົ້ນຫາ.
Related








