VOV WorldVOV World
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ
12/05/2024 13:07
(VOVWORLD) - ໂດຍນອນຢູ່ ບຶງ ທິນາຍ, ເຂດນິເວດ ກົນຈີມ ມີເນື້ອທີ່ປະມານ 480 ເຮັກຕາ, ໂດຍໄດ້ຮັບການຂະໜາມນາມວ່າ “ເກາະສີຂຽວ” ຂອງແຂວງ ບິ່ງດິ້ງ.
ເຂດ ນິເວດ ກົນຈີມ - ເກາະສີຂຽວ ຂອງ ບິ່ງດິ້ງ
ນອນຢູ່ຫ່າງຈາກນະຄອນ ກຸຍເຍີນ ປະມານ 15 ກີໂລແມັດ, ເຂດນິເວດ ກົນຈິມຂຶ້ນກັບ ຕາແສງ ເຟືອກເຊີນ, ເຟືອກຮວາ, ເຟືອກທ້ວນ (ເມືອງ ຕຸຍເຟືອກ, ແຂວງ ບິ່ງດິ້ງ) ມີຄວາມງາມແບບສະຫງົບງຽບ ເຊິ່ງໄດ້ປົກຄຸມໄປດ້ວຍສີຂຽວອຸ່ມທຸ່ມຂອງຄື້ນນ້ຳ, ທ້ອງຟ້າ ແລະ ປ່າຊາຍເລນ (ພາບ: ເຂດທ່ອງທ່ຽວນິເວດ ກົນຈີມ ບຶງ ທິນາຍ, ກຸຍເຍີນ) . ໂດຍນອນຢູ່ ບຶງ ທິນາຍ, ເຂດນິເວດ ກົນຈິມ ມີເນື້ອທີ່ປະມານ 480 ເຮັກຕາ, ໂດຍໄດ້ຮັບການຂະໜາມນາມວ່າ “ເກາະສີຂຽວ” ຂອງແຂວງ ບິ່ງດິ້ງ. ປ່າຊາຍເລນຂຽວອຸ່ມທຸ່ມ (ພາບ: VTCNews) ຢູ່ເຂດນິເວດນີ້, ມີຄຸ້ມ ກົນຈີມ (ບ້ານ ວິງກວາງ 2, ຕາແສງ ເຟືອກເຊີນ, ເມືອງ ຕຸຍເຟືອກ) ມີປະຊາຊົນດຳລົງຊີວິດ, ສ້າງເປັນ “ໝູ່ບ້ານຊາວປະມົງ” ຢູ່ກາງບຶງ (ພາບ: dantri.com.vn) ປະຊາຊົນຢູ່ ກົນຈີມ ມີສະຕິຄວາມຮັບຮູ້ຢ່າງສູງໃນການປົກປັກຮັກສາປ່າຊາຍເລນ, ບໍ່ລ່ານົກຢູ່ທີ່ນີ້. ເພາະສະນັ້ນ, ນົກຫຼາຍຊະນິດໄດ້ເລືອກເອົາສະຖານທີ່ແຫ່ງນີ້ເປັນທີ່ອາໄສ. (ພາບ: VTCNews) (ພາບ: VTCNews) ກົນຈີມ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທຳມະຊາດທີ່ຍອດຢ້ຽມ ໂດຍເມືອງ ຕຸຍເຟືອງ ໄດ້ເອົາໃຈໃສ່ກໍ່ສ້າງພັດທະນາກາຍເປັນເຂດທ່ອງທ່ຽວຊຸມຊົນ, ຕາມທິດເອົາໃຈໃສ່ຮັກສາຄວາມງາມແບບຮົກເຮື້ອຂອງທິວທັດທຳມະຊາດຢູ່ແຫ່ງນີ້. ພາບ: ເຂດທ່ອງທ່ຽວຊີວະພາບ ກົນຈີມ ບຶງ ທິນາຍ, ກຸຍເຍິນ ຄວາມງາມຂອງ ກົນຈີມ (ພາບ: baotainguyenmoitruong.vn) ໃນຊຸມປີມໍ່ໆມານີ້, ເຂດນິເວດ ກົນຈີມ ໄດ້ດຶງດູດແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ ມາທ່ຽວ, ລົງຕົວຈິງເປັນຈຳນວນຫຼາຍ (ພາບ: ເຂດທ່ອງທ່ຽວຊີວະພາບ ກົນຈີມ ບຶງ ທິນາຍ, ກຸຍເຍິນ) ພາບ:ເຂດທ່ອງທ່ຽວຊີວະພາບ ກົນຈີມ ບຶງ ທິນາຍ, ກຸຍເຍິນ ແຂກທ່ອງທ່ຽວ ອາດຈະຂີ່ເຮືອກາໂນ ຫຼື SUP ເພື່ອໄປຄົ້ນຫາ ກົນຈີມ (ພາບ: ເຂດທ່ອງທ່ຽວຊີວະພາບ ກົນຈີມ ບຶງ ທິນາຍ, ກຸຍເຍິນ) ຫຼືເຂົ້າຮ່ວມການຫາສິນໃນນ້ຳກັບຊາວທ້ອງຖິ່ນ (ພາບ: ເຂດທ່ອງທ່ຽວຊີວະພາບ ກົນຈີມ ບຶງ ທິນາຍ, ກຸຍເຍິນ) ຮອດຍາມສາຍັນ, ນົກເລີ່ມບິນກັບເມືອ ກົນຈີມ, ສິ້ນສຸດວັນໜຶ່ງໃນການອອກໄປຫາກິນຢູ່ນອກ, ສ້າງເປັນຮູບພາບທີ່ສວຍງາມ (ພາບ: VTCNews)
TAG
VOV/VOVworld/

More