ເກີດມີນ້ຳກ້າມຢູ່ຫຼາຍແຫ່ງໃນເຂດພູດອຍພາກເໜືອ ຫວຽດນາມ
21/02/2022 14:24
(VOVWORLD) -ພາກເໜືອພວມເກີດສະພາບອາກາດໜາວທີ່ສຸດນັບແຕ່ ຕົ້ນລະດູໜາວມາຮອດປັດຈຸບັນ, ເມົາເຊີນໃນແຂວງລ້າງເຊີນ, ຈິນກ໊າຍໃນແຂວງຮ່າຢາງ, ເຟີຍອອັກໃນແຂວງກາວບັ່ງໄດ້ເກີດມີນ້ຳກ້າມແຕ່ຮຸ່ງເຊົ້າວັນທີ 20 ກຸມພາ.

ຕາມສູນພະຍາກອນອຸຕິນິຍົມ ອຸທົກກະສາດແຫ່ງຊາດ, ອາກາດໜາວເທື່ອນີ້ຢູ່ພາກເໜືອ ແມ່ນໜຶ່ງໃນຈຳນວນ 6 ຄັ້ງ ທີ່ມີອຸນຫະພຸມຕ່ຳທີ່ສຸດໃນ 40 ປີມານີ້, ຈອມພູເມົາເຊີນໃນແຂວງ ລ້າງເຊີນ ສູງປະມານ 1500 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ອຸນຫະພຸມກໍ່ຫຼຸດລົງເປັນລົບອົງສາ, ແຕ່ເວລາ 3 ໂມງຕອນເຊົ້າວັນທີ 20 ກຸມພາ ໄດ້ເກີດມີນ້ຳກ້າມ. ນີ້ແມ່ນຄັ້ງທຳອິດໃນຍາມລະດູໜາວຕໍ່ລະດູບານໃໝ່ 2021 – 2022 ໄດ້ເກີດມີນ້ຳກ້າມຢູ່ຈອມພູນີ້. ເກີດມີນ້ຳກ້າມຢູ່ຕາມກົກໄມ້ທີ່ຈອມພູເມົາເຊີນເມື່ອຕອນເຊົ້າວັນທີ 20 ກຸມພາ ນ້ຳກ້າມໄດ້ປົກຄຸມຢ່າງໜ້າແໜ້ນຢູ່ ຈອມພູເມົາເຊີນ ມີແຂກທ່ອງທ່ຽວຫຼາຍຄົນໄດ້ຂຶ້ນຈອມພູເມົາເຊີນເພື່ອ ຮັບຊົມປະກົດການອາກາດນີ້ ນັບແຕ່ຮຸ່ງເຊົ້າວັນທີ 20 ກຸມພາ, ຢູ່ບໍລິເວນຈອມພູເຟີຍອອັກ ຂຶ້ນກັບປ່າສະຫງວນແຫ່ງຊາດ ເຟີຍອອັກ - ເຟີນແດນ ທີ່ຕາແສງທັງກົງ, ເມືອງຫງວຽນບິ່ງແຂວງກາວບັ່ງກໍ່ໄດ້ເກີດມີນ້ຳກ້າມໜ້າແໜ້ນ ຂະນະທີ່ອຸນຫະພຸມໄດ້ລົງເຖິງຕ່ຳກ່ວາ 0 ອົງສາ. ນ້ຳກ້າມໄດ້ປົກຄຸມຢ່າງໜ້າແໜ້ນພໍສົມຄວນຢູ່ຕຕາມງ່າໄມ້, ໃບຫຍ້າອັນໄດ້ສ້າງເປັນຕົ້ນນ້ຳກ້າມຂາວກະຈະ ນ້ຳກ້າມປົກຄຸມຢ່າງໜ້າແໜ້ນຢູ່ເຂດພູສູງເຟີຍອອັກ ໃນຂະນະນັ້ນຢູ່ຊີ້ນກາຍເມືອງແມວວາກ, ແຂວງຮ່າຢາງ, ອຸນຫະພຸມໄດ້ລົງ 0 ອົງສາ ກໍ່ປະກົດມີນ້ຳກ້າມ. ນ້ຳກ້າມປົກຄຸມຕົ້ນໄມ້ໃບໜ້າຕຕະຫຼອດຮອດ ຮູຫີນຕ່າງໆ. ພິເສດນ້ຳກ້າມໄດ້ປະກົດໃນວົງກ້ວາງຢູ່ເຂດພູພຽງຫີນດົ່ງວັນ. ນ້ຳກ້າມໄດ້ປົກຄຸມຢູ່ຕາມໄບຫຍ້າ ນ້ຳກ້າມໄດ້ປົກຄຸມຢູ່ຕາມເນື້ອທີ່ພືດຜັດຕ່າງໆ. ນ້ຳກ້າມໄດ້ປົກຄຸມດອກຄາຍ, ດອກຫມັ້ນ, ຕົ້ນໄມ້ຊະນິດຕ່າງໆ ນ້ຳກ້າມໄດ້ປະກົດມີຢູ່ຕົ້ນແປກໃນແຂວງຮ່າຢາງ ໃນວັນທີ 20 ກຸມພາ ບໍລິເວນສວນດອກໄມ້ກາວເຊີນ, ຕາແສງດົ່ງວັນ, ເມືອງບິ່ງລຽວ, ແຂວງກວາງນິງ ກໍ່ເກີດມີນ້ຳກ້າມ. ນ້ຳກ້າມໄດ້ປົກຄຸມຢ່າງໜ້າແໜ້ນຢູ່ຍອດຕົ້ນໄມ້ໃນບໍລິເວນສວນດອກໄມ້ກາວເຊີນ, ຕາແສງດົ່ງວັນ, ເມືອງບິ່ງລຽວ, ແຂວງກວາງນິງ. ນ້ຳກ້າມໄດ້ເກີດມີຢູ່ຕາມຕົ້ນແປກ.
TAG
VOV/VOVworld/ນ້ຳກ້າມ
Related








