Festival ມໍລະດົກ ກວາງນາມ ກ່ອນໄຂວັນບຸນ
08/06/2017 02:00
(VOVWORLD) -ເຂດທະເລ ຕາມແທງ ໄດ້ກ່ຽມພ້ອມຂ່ຳນັບຮັບຕ້ອນໄຂງານບຸນ Festival ມໍລະດົກ ກວາງນາມ ຄັ້ງທີ 6 ປີ 2017.

Festival ມໍລະດົກ ກວາງນາມ ຄັ້ງທີ 6 ປີ 2017 ຖືກໄຂຂຶ້ນໃນເວລາ 20 ໂມງ, ວັນທີ 09 ມິຖຸນາ ຢູ່ ສະໜາມຫຼວງທະເລ ຕາມແທງ, ນະຄອນ ຕາມກີ ດ້ວຍຫົວຂໍ້ວ່າ “ກວາງນາມ - ການເດີນທາງເຊື່ອມຕໍ່ມໍລະດົກ”. ດ້ວຍຄວາມຫວັງສຸມໃສ່ເຂົ້າໃນການທ່ອງທ່ຽວທະເລ, ໝູ່ເກາະ, ພິທີໄຂງານບຸນ Festival ປີ 2017 ຈະຖືກດຳເນີນຢູ່ນະຄອນ ຕາມກີ, ແທນທີ່ຈັດຕັ້ງຢູ່ນະຄອນໂຮ້ຍອານ ຄືປີກ່ອນໆ. ພວກເຮົາຈະເຫັນໄດ້ບັນຍາກາດ Festival ມໍລະດົກ ນັບແຕ່ປະຕູທາງເຂົ້າສູນປົກຄອງກວາງນາມ. ຖະໜົນ, ຫາດຊາຍທະເລ ໄດ້ຮັບການປະດັບປະດາດ້ວຍດອກໄມ້ ແລະ ບັນດາວັດຖຸອຸປະກອນທີ່ເປັນເອກະລັກສະເພາະຂອງກວາງນາມ. ຫາດຊາຍທະເລ ຕາມແທງ - ເຊິ່ງແມ່ນແຫ່ງຈະຈັດພິທີໄຂງານ Festival ປີນີ້. ບ້ານແຕ້ມພາບ ຈູງແທງ, ເຊິ່ງແມ່ນເສັ້ນທາງວາງເຮືອກະຈາດຮັບໃຊ້ນັກທ່ອງທ່ຽວເຂົ້າຮ່ວມ Festival ເວທີເພື່ອໃຫ້ພິທີໄຂງານ Festival ໄດ້ກະກຽມສຳເລັດແລ້ວ. ບັນດານັກສີລະປິນຝືກແອບກ່ອນທີ່ສະແດງໃນພິທີໄຂ Festival.
TAG
VOV/VOVworld/
Related








